ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ ແລະ ມີ​ການຫັນ​ປ່ຽນຫຼາຍກວ່າ​​ໃນ​ລະ​ບົບ​ຮ່ວມ​ສຳ​ພັນ​ທົ່ວ​ໂລກ

(VOVWORLD) -ເຖິງວ່າຫວຽດນາມ ຈະບັນລຸໄດ້ບັນດາຜົນງານເບື້ອງຕົ້ນ ໃນລະບົບສະໜອງທົ່ວໂລກກໍຕາມ, ແຕ່ຍັງມີວິສາຫະກິດຫວຽດນາມຫຼາຍແຫ່ງ ທີ່ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໃໝ່ ພຽງແຕ່ຢູ່ໃນຂັ້ນຕອນງ່າຍດາຍ ຄືຕິດຕັ້ງປະກອບ, ຫຸ້ມຫໍ່ຜະລິດຕະພັນ. 

ການຄ້າໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ. ການບືນຕົວຂຶ້ນຂອງລັດທິອາລັກຂາດ້ານການຄ້າ, ສົງຄາມການຄ້າ, ອັນໄດ້ນາບຂູ່ທັງລະບອບນະໂຍບາຍການຄ້າຫຼາຍຝ່າຍ ແລະ ສອງຝ່າຍ. ເຖິງຢ່າງໃດກໍຕາມ ຫວຽດນາມ ຍາມໃດກໍມີທັດສະນະຖືການຄ້າເສລີເປັນສໍາຄັນຢ່າງສະເໝີຕົ້ນສະເໝີປາຍ ແລະ ຮັບຮູ້ບັນດາກາລະໂອກາດຮ່ວມມືທີ່ເປີດກວ້າງຢ່າງຈະແຈ້ງ. ທັງລັດຖະບານ ແລະ ວິສາຫະກິດຫວຽດນາມ ລ້ວນແຕ່ພວມມານະພະຍາຍາມກຳແໜ້ນກາລະໂອກາດການເຊື່ອມໂຍງ, ເປີດປະຕູ, ວາງເປົ້າໝາຍເຂົ້າຮ່ວມລະບົບຮ່ວມສຳພັນ, ສະໜອງຜະລິດຕະພັນທົ່ວໂລກ ສູງກວ່າອີກ.

        ໃນໄລຍະ 30 ປີ ຫວຽດນາມ ປະຕິບັດນະໂຍບາຍປ່ຽນແປງໃໝ່ ກໍແມ່ນເວລາຫວຽດນາມ ປະຕິບັດນະໂຍບາຍເປີດປະຕູ ແລະ ເຊື່ອມໂຍງ. ບັນດາຜົນງານຂອງຫວຽດນາມ ລ້ວນແຕ່ຕິດພັນກັບການປະຕິຮູບຕາມທິດຫັນເປັນເສລີ ແລະ ເປີດປະຕູ. ເຖິງຢ່າງໃດກໍຕາມ ບາງໄລຍະຍັງປະສົບກັບສິ່ງທ້າທາຍ ກໍຕາມ, ແຕ່ເບິ່ງລວມແລ້ວ ການເປີດເປີດປະຕູໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມເຂົ້ານຫຼາຍລະບົບມູນຄ່າທົ່ວໂລກ ຕາມວົງກວ້າງພໍສົມຄວນ ແຕ່ຍັງມີຫຼາຍວຽກຕ້ອງເຮັດ. ຕາມການສະຖິຕິແລ້ວ, ມີພຽງ 21% ຈໍານວນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງຫວຽດນາມ ເຂົ້າຮ່ວມມືລະບົບມູນຄ່າທົ່ວໂລກ, ຕ່ຳກວ່າຫຼາຍ ເມື່ອທຽບໃສ່ອັດຕາສ່ວນ 46% ຂອງບັນດາປະເທດໃນພາກພື້ນ ອາຊຽນ. ອັດຕາມູນຄ່າເພີ່ມຂອງຫວຽດນາມໃນລະບົບສະໜອງຂອງໂລກ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ຄາດໝາຍທີ່ຫວຽດນາມ ວາງອອກ.

   ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ ແລະ ມີ​ການຫັນ​ປ່ຽນຫຼາຍກວ່າ​​ໃນ​ລະ​ບົບ​ຮ່ວມ​ສຳ​ພັນ​ທົ່ວ​ໂລກ - ảnh 1 ກອງປະຊຸມ WEF ASEAN 2018 (ພາບ: baoquocte.vn)

        ທີ່ກອງປະຊຸມສຸດຍອດ ດຳເນີນທຸລະກິດຫວຽດນາມ ເມື່ອເດືອນກັນຍາ 2018 ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ຊີ້ບັນດາສິ່ງທ້າທາຍດັ່ງກ່າວ. ທ່ານນາຍົກລັດຖະມົນຕີຖືວ່າ ເຖິງວ່າຫວຽດນາມ ຈະບັນລຸໄດ້ບັນດາຜົນງານເບື້ອງຕົ້ນ ໃນລະບົບສະໜອງທົ່ວໂລກກໍຕາມ, ແຕ່ຍັງມີວິສາຫະກິດຫວຽດນາມຫຼາຍແຫ່ງ ທີ່ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໃໝ່ ພຽງແຕ່ຢູ່ໃນຂັ້ນຕອນງ່າຍດາຍ ຄືຕິດຕັ້ງປະກອບ, ຫຸ້ມຫໍ່ຜະລິດຕະພັນ. ນີ້ແມ່ນບັນດາຂັ້ນຕອນຂອງລະບົບສະໜອງຜະລິດຕະພັນ ມີມູນຄ່າເພີ່ມຂຶ້ນບໍ່ສູງ:

        ໃນສະພາບການຕົວຈິງນັ້ນ, ຫວຽດນາມ ພວມວາງເປົ້າໝາຍຍົກລະດັບ ແລະ ມີການຫັນປ່ຽນຫຼາຍກວ່າໃນລະບົບມູນຄ່າທົ່ວໂລກ, ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI). ແຜນນະໂຍບາຍຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ແມ່ນແຜນນະໂຍບາຍສຳຄັນ ເຊິ່ງຫວຽດນາມພວມຜັນຂະຫຍາຍ”.

   ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ ແລະ ມີ​ການຫັນ​ປ່ຽນຫຼາຍກວ່າ​​ໃນ​ລະ​ບົບ​ຮ່ວມ​ສຳ​ພັນ​ທົ່ວ​ໂລກ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມWEF ASEAN 2018 (ພາບ: baoquocte.vn)

        ເພື່ອປະຕິບັດແຜນນະໂຍບາຍດັ່ງກ່າວ, ລັດຖະບານໃຫ້ຄໍາໝັ້ນສັນຍາວ່າ ຈະສວມບົດບາດຫຼັກແຫຼ່ງໃນການກໍ່ສ້າງພັດທະນາ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດ, ຫຼຸດຜ່ອນຄ່າໃຊ້ຈ່າຍພະລາການ.... ເຖິງຢ່າງໃດກໍຕາມ, ທາງຝ່າຍວິສາຫະກິດ, ບັນດາວິສາຫະກິດຫວຽດນາມ ກໍພວມຍົກລະດັບດ້ວຍຕົນເອງ, ປັບປຸງກຳລັງຄວາມສາມາດໃນການຄຸ້ມຄອງບໍລິຫານ ແລະ ຄວາມໄຫວພິບໃນການເຄື່ອນໄຫວ, ເດີນຕາມລະບົບບັນດາມູນຄ່າ ກ່ຽວກັບວິໄສທັດຍາວໄກ. ໂດຍຢາກບືນຕົວຂຶ້ນໃນລະບົບສະໜອງຜະລິດຕະພັນ, ບັນດາວິສາຫະກິດຫວຽດນາມ ພວມສຸມໃສ່ຍູ້ແຮງຄຸນນະພາບຂອງຜະລິດຕະພັນ, ສ້າງຜະລິດຕະພັນຄົບຊຸດ ກ່ຽວກັບຄຸນນະພາບ, ຫັນປ່ຽນກຳລັງຄວາມສາມາດໃນການຜະລິດບັນດາຜະລິດຕະພັນມີຄຸນນະພາບຕ່ຳ ມາເປັນຜະລິດຕະພັນມີຄຸນນະພາບສູງ. ພິເສດແມ່ນຍົກສູງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວ, ເຊື່ອມຕໍ່ບັນດາເຄືອຂ່າຍທໍາການຜະລິດ ແລະ ລະບົບສະໜອງຜະລິດຕະພັນ ເພື່ອແນໃສ່ເພີ່ມລັກສະນະແກ້ງແຍ້ງຂອງບັນດາວິສາຫະກິດ. ເມື່ອສັງເກດກ່ຽວກັບການຫັນປ່ຽນຂອງວິສາຫະກິດ, ທ່ານ ຫວໍຈີ໊ແທັ່ງ, ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ຖືວ່າ:

        “ປັດຈຸບັນ ວິສາຫະກິດກໍຮັບຮູ້ດີກວ່າ, ບັນດານັກວາງແຜນກຳນົດນະໂຍບາຍ ກໍມີການຮັບຮູ້ດີກວ່າ, ວິສາຫະກິດກໍເຂົ້າໃນວ່າ ລະບົບສະໜອງຜະລິດຕະພັນ ບໍ່ພຽງແຕ່ຫຼຸດຜ່ອນຄ່າໃຊ້ຈ່າຍຝ່າຍດຽວເທົ່ານັ້ນ ຫາກມັນແມ່ນສະມັດຕະພາບ, ແມ່ນກຳລັງຄວາມສາມາດຂອງການແກ້ງແຍ້ງ. ສິ່ງສຳຄັນໃນປັດຈຸບັນ ແມ່ນໝູນໃຊ້ການຫັນປ່ຽນເປັນດີຈີຕອນ”.

        ເພື່ອໜູນຊ່ວຍບັນດາວິສາຫະກິດຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ໝູນໃຊ້ບັນດາເຕັກໂນໂລຢີຢ່າງທັນການ ເຊິ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ນໍາມາໃຫ້, ທ່ານ ຫວູຕ໊ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ:

        “ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຮ່ວມແຮງຮ່ວມໃຈກັບລັດຖະບານ ເພື່ອປະຕິບັດບັນດາເປົ້າໝາຍຮ່ວມຍົກສູງ ແລະ ມີການຫັນປ່ຽນຫຼາຍກວ່າໃນລະບົບຮ່ວມສຳພັນທົ່ວໂລກ. ປັດຈຸບັນ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ມີສູນຄອມພິວເຕີສໍາລັບວິສາຫະກິດ ແລະພວກເຮົາກໍພວມຜັນຂະຫຍາຍການຄົ້ນຄວ້າຫຼາຍຢ່າງ ກໍຄື ສ້າງຕັ້ງບັນດາໂຄງການເພື່ອໜູນຊ່ວຍບັນດາວິສາຫະກິດປະຕິບັດການຫັນບັນດາວິສາຫະກິດເປັນດີຈີຕອນ, ບໍ່ພຽງແຕ່ບັນດາວິສາຫະກິດຂະໜາດໃຫຍ່ເທົ່ານັ້ນ ຫາກນັບທັງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງອີກດ້ວຍ ເພື່ອຊ່ວຍວິສາຫະກິດສາມາດປະຕິບັດຫັນການຄຸ້ມຄອງ, ການດໍາເນີນທຸລະກິດເປັນດີຈີຕອນໃນ. ນັ້ນແມ່ນທິດທາງໜຶ່ງ ເຊິ່ງພວກຂ້າພະເຈົ້າພວມຜັນຂະຫຍາຍ.”

          ສະພາບການການເມືອງຢູ່ພາຍໃນພາກພື້ນ ແລະໃນໂລກມີຄວາມສະຖຽນລະພາບ, ບັນດາປັດໄຈກ່ຽວກັບເສດຖະກິດຂອງຫວຽດນາມ ກໍ່ໄດ້ຮັບການຮັກສາເປັນປົກກະຕິ, ແຫຼ່ງແຮງງານມີຈໍານວນຫຼວງຫຼາຍ, ອົງປະກອບແຮງງານໜຸ່ມກວ່າໝູ່ໃນ ອາຊຽນ ແລະ ໄດ້ຮັບການບຳລຸງສ້າງ, ມີຄວາມສາມາດຮັບເອົາ ແລະ ກຳແໜ້ນເຕັກໂນໂລຢີໄດ້ຢ່າງວອງໄວ... ສິ່ງດັ່ງກ່າວ ພວມຊ່ວຍໃຫ້ຫວຽດນາມ ສາມາດຮັກສາທ່າໄດ້ປຽບ ເພື່ອເຂົ້າຮ່ວມຕະຫຼາດໂລກໄດ້ເລິກເຊິ່ງກວ່າ. ເລື່ອງຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າ ກໍປະກອບສ່ວນເປີດປະຕູເຊື່ອມຕໍ່, ເຂົ້າຮ່ວມບັນດາລະບົບມູນຄ່າ ແລະ ການຜະລິດທົ່ວໂລກເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ