ຫາຍ​ຟ່ອງ ມຸ່ງ​ໄປ​ເຖິງ​ສູນ​ບໍ​ລິ​ການ logistics ​ຂອງສາ​ກົນ ແລະ ພາກ​ພື້ນ

(VOVWORLD) -ຕາມແຜນຮ່າງດັດປັບການວາງແຜນກຳນົດພັດທະນາເສດຖະກິດ - ສັງຄົມ ຫາຍຟ່ອງ ຮອດປີ 2030, ລະດັບການເຕີບໂຕການບໍລິການ logistics ໄລຍະ ປີ 2021-2025 ບັນລຸລະດັບສະເລ່ຍແມ່ນ 16 -18%/ປີ ແລະ ໄລຍະ 2026-2030 ແມ່ນ 17%/ປີການກຳນົດທິດລວມແກ່ການພັດທະນາການບໍລິການ logistics ແມ່ນສ້າງນະຄອນຫາຍຟ່ອງໃຫ້ກາຍເປັນສູນພັດທະນາການບໍລິການ logistics ຂອງຊາດ ແລະ ຂອງພາກພື້ນສ້າງບັນດາກຸ່ມວິສາຫະກິດໃຫຍ່ໃນຂົງເຂດສະຫນອງການບໍລິການທ່າກຳປັ່ນດ້ວຍຄຸນນະພາບສູງເທື່ອລະກ້າວມີກຳລັງຄວາມສາມາດພຽງພໍເພື່ອແກ້ງແຍ່ງກັບບັນດາວິສາຫະກິດຕ່າງປະເທດ.
ຫາຍ​ຟ່ອງ ມຸ່ງ​ໄປ​ເຖິງ​ສູນ​ບໍ​ລິ​ການ logistics ​ຂອງສາ​ກົນ ແລະ ພາກ​ພື້ນ - ảnh 1ທ່າກຳປັ່ນ ແລັກຮ້ວຽນ (ພາບ: TTXVN)
 
  ຫາຍຟ່ອງ ແມ່ນປະຕູຂອງເຂດທາງທິດເຫນືອ, ມີການພົວພັນດ້ານການຄ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ດ້ວຍຄວາມສາມາດບົ່ມຊ້ອນການພັດທະນາ - ສັງຄົມອັນໃຫຍ່ຫລວງ ແລະ ລະບົບທ່າກຳປັ່ນທີ່ມີປະລິມານສິນຄ້າຜ່ານນີ້ ຫລາຍສຸດຢູ່ເຂດພາກເຫນືອ.

ໃນຊຸມປີຜ່ານມາ, ນະຄອນ ຫາຍຟ່ອງ ຍາມໃດກໍ່ເອົາໃຈໃສ່ລົງທຶນ, ພັດທະນາລະບົບພື້ນຖານໂຄງລ່າງ, ໃນນັ້ນ ມີພື້ນຖານໂຄງລ່າງ logistics ດ້ວຍຄາດໝາຍແນໃສ່ກໍ່ສ້າງນະຄອນ ຫາຍຟ່ອງ ໃຫ້ກາຍເປັນສູນ logistics ທັນສະໄຫມຂອງປະເທດຊາດ.ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ານບໍລິການທ່າກຳປັ່ນ, ບໍລິການ logistics ນັບມື້ນັບພັດທະນາ ເມື່ອມີຫລາຍໂຄງການສຳຄັນໄດ້ຮັບການລົງທຶນກໍ່ສ້າງ, ຍົກລະດັບໃຫ້ຄົບຊຸດ ແລະ ນຳເຂົ້າເຄື່ອນໄຫວ, ພິເສດ ແມ່ນການປະກົດຕົວຂອງເຂດທ່າກຳປັ່ນ ແລັກຮ້ວຽນ ດ້ວຍຄວາມສາມາດຮັບເອົາກຳປັ່ນໃຫຍ່ເຂົ້າທຽບທ່າ ແລະ ເຊື່ອມຕໍ່ກັບບັນດາເສັ້ນທາງທະເລສາກົນ. ທ່ານ ບຸ່ຍວັນກູ່ຍ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ ເຕີນກ໋າງໄຊງ່ອນ ເຊິ່ງແມ່ນຫນຶ່ງໃນບັນດາສູນ logistics ໃຫຍ່ ຂອງ ຫາຍຟ່ອງ ໄດ້ໃຫ້ຂໍ້ສັງເກດວ່າ:

  ເລື່ອງພັດທະນາທ່າກຳປັ່ນທະເລມີຜົນສະທ້ອນໃຫຍ່, ສ້າງປະຖົມປັດໄຈໃຫຍ່ໃຫ້ແກ່ການພັດທະນາ logistics. ນັບແຕ່ປີ 2018, ເມື່ອທ່າກຳປັ່ນ ແລັກຮ້ວຽນ ທ່າກຳປັ່ນເລກ 1, 2 ຂອງບໍລິສັດ ເຕີນກ໋າງໄຊງ່ອນ ນຳເຂົ້າໃຊ້ການ ອັນໄດ້ສ້າງທ່າອ່ຽງໃຫມ່, ນັ້ນແມ່ນທ່າກຳປັ່ນນ້ຳເລິກ, ຮັບເອົາບັນດາກຳປັ່ນຂະຫນາດໃຫຍ່. ປະຈຸບັນ ພວກຂ້າພະເຈົ້າຮັບບັນດາກຳປັ່ນບັນທຸກສິນຄ້າ 133.000 ໂຕນ, ກຳລັງບັນຈຸສິນຄ້າໃຫຍ່ ແລະ ມີເສັ້ນທາງທະເລຍາວໄກເຊື່ອມຕໍ່ກັບ ເອີລົບ ແລະ ອາເມລິກາ

ມາຮອດປະຈຸບັນ, ຢູ່ ບໍລິເວນ ຫາຍຟ່ອງ ມີວິສາຫະກິດ ກວ່າ 500 ແຫ່ງພວມເຄື່ອນໄຫວໃນຂົງເຂດ logistics. ໃນສະພາບການ ຫວຽດນາມ ໄດ້ ແລະ ພວມຕັ້ງຫນ້າຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຜັນຂະຫຍາຍການປະຕິບັດຫລາຍສັນຍາການຄ້າເສລີ, ປະລິມານສິນຄ້ານຳເຂົ້າ ສົ່ງອອກ ຜ່ານເຂດທ່າກຳປັ່ນ ຫາຍຟ່ອງ ຄາດວ່າຈະເພີ່ມຂຶ້ນ. ເລື່ອງ ລົງທຶນພື້ນຖານໂຄງລ່າງຄົມມະນາຄົມນັບມື້ນັບທັນສະໄຫມ ແລະ ຄົບຊຸດ ໄດ້ຊ່ວຍໃຫ້ການບໍລິການ logistics ຢູ່ ຫາຍຟ່ອງ ມີຫລາຍກາລະໂອກາດພັດທະນາຢ່າງແຮງ ໃນອະນາຄົດໃກ້ໆນີ້. ທ່ານ ເຈີນຕຽນຢູ໋ງ, ປະທານ ສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນລົງທຶນ ຊາວອາ ໃຫ້ຂໍ້ສັງເກດວ່າ:

  ຄາດວ່າ ໃນໄລຍະຈະມາເຖິງ, ຫາຍຟ່ອງ ຈະກໍ່ສ້າງຂົວນັບຮ້ອຍໆແຫ່ງເພື່ອເຊື່ອມຕໍ່ເຂດຊົນນະບົດ, ເຂດຕົວເມືອງ, ເມືອງຕ່າງໆ ຂຶ້ນກັບນະຄອນ ຫາຍຟ່ອງ ກໍ່ຄືເຊື່ອມຕໍ່ ຫາຍຟ່ອງກັບບັນດາແຂວງໃກ້ຄຽງຢູ່ໃນເຂດ ແລະ ທາງທິດຕາເວັນຕົກຂອງຈີນ. ສິ່ງນີ້ໄດ້ຊ່ວຍຫາຍຟ່ອງ ຮັກສາ ແລະ ເພີ່ມສະມັດຕະພາບ logistics ຢ່າງແຮງກວ່າ, ຢືນຢັນທີ່ຕັ້ງສຳຄັນຂອງຕົນ, ກາຍເປັນສູນ logistics ລະດັບສາກົນຢ່າງແທ້ຈິງ

ຕາມການກຳນົດທິດພັດທະນາການບໍລິການ logistics ນະຄອນ ຫາຍຟ່ອງ ຮອດປີ 2025 ແລະ ວິໄສທັດຮອດປີ 2030, ນະຄອນ ຈະພັດທະນາບັນດາຮູບການບໍລິການໃນລະບົບ logistics ເປັນຫລາຍຮູບແບບ, ເພື່ອແນໃສ່ຍົກສູງຄຸນຄ່າການບໍລິການ logistics ສຳລັບສິນຄ້າແຕ່ລະໂຕນຜ່ານທ່າກຳປັ່ນ.

ຫາຍ​ຟ່ອງ ມຸ່ງ​ໄປ​ເຖິງ​ສູນ​ບໍ​ລິ​ການ logistics ​ຂອງສາ​ກົນ ແລະ ພາກ​ພື້ນ - ảnh 2ທ່ານ ຫງວຽນດຶກທໍ້, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ (ພາບ: haiphong.gov.vn)
ໄລຍະແຕ່ປີ 2020 -2030, ນະຄອນ ຫາຍຟ່ອງ ວາງຄາດໝາຍສ້າງ 17 ປະເພດການບໍລິການໃນລະບົບການເຄື່ອນໄຫວ logistics. ຄຽງຂ້າງເລື່ອງຜັນຂະຫຍາຍການລົງທຶນພື້ນຖານໂຄງລ່າງ logistics ຢ່າງຄົບຊຸດ ຕາມທິດທັນສະໄຫມ, ນະຄອນ ກໍ່ມີແຜນນະໂຍບາຍສືບຕໍ່ຍູ້ແຮງການປະຕິຮູບລະບຽບການດ້ານບໍລິຫານ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດໃນຂົງເຂດນີ້…ພ້ອມກັນນັ້ນ ແມ່ນຄົ້ນຄ້ວາພັດທະນາບັນດາສູນ logistics ຢູ່ ບໍລິເວນນະຄອນ ຕິດພັນກັບການວາງແຜນກຳນົດບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃຫ້ສອດຄ່ອງກັບສະພາບການເສດຖະກິດຂອງ ຫາຍຟ່ອງ ພ້ອມທັງຮ່ວມສຳພັນກັບບັນດາສູນ logistics ອື່ນໆໃນເຂດເພື່ອຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.  ທ່ານ ຫງວຽນດຶກທໍ້, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຢືນຢັນວ່າ:

ຕາມເນື້ອໃນຈິດໃຈຂອງມະຕິເລກທີ 45, ນະຄອນ ຫາຍຟ່ອງ ໄດ້ສ້າງແຜນກຳນົດພັດທະນາ logistic. ນະຄອນ ໄດ້ປະກາດໃຊ້ແຜນການດຳເນີນງານດ້ວຍຄາດໝາຍຮອດປີ 2025, ລະດັບການເຕີບໂຕຂອງ logistic ບັນລຸແຕ່ 30-35%, ກວມອັດຕາສ່ວນ ແຕ່ 20-25% GDP ພ້ອມກັນນັ້ນຮອດປີ 2030, ລະດັບການເຕີບໂຕ logistic ຈະບັນລຸ 30-35%, ປະກອບສ່ວນກວ່າ 30% GDPຂອງນະຄອນ. ໄລຍະຈະມາເຖິງ, ຂົງເຂດ logistic ຫາຍຟ່ອງ ແນ່ນອນວ່າ ຈະມີບັນດາບາດກ້າວພັດທະນາຢ່າງຖືກທິດ

ດ້ວຍພື້ນຖານການກຳນົດທິດ ວາງແຜນຜັງລະອຽດ, ນະຄອນ ຫາຍຟ່ອງ ພວມຕັດສິນໃຈພັດທະນາເຄືອຂ່າຍສູນ logistic ຕອບສະຫນອງຄວາມຕ້ອງການການຜະລິດໃຫ້ເປັນຢ່າງດີ, ການຈໍລະຈອນສິນຄ້າພາຍໃນປະເທດກໍ່ຄືສິນຄ້ານຳເຂົ້າສົ່ງອອກກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ມຸ່ງໄປເຖິງບໍລິການ logistic ແບບເປັນມືອາຊີບລະດັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ