ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຮ່າໂນ້ຍ- ປະດິດຄິດສ້າງເພື່ອພັດທະນາ

(VOVWORLD) -ຫນຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງນະຄອນຫລວງຮ່າໂນ້ຍແຫ່ງອະລິຍະທຳນັບພັນປີແມ່ນຂີດໝາຍຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອ. ເຖິງຢ່າງໃດກໍຕາມປະຈຸບັນອາຊີບນີ້ຍັງຄົງຕ້ອງປະເຊີນຫນ້າກັບສິ່ງທ້າທາຍ ຍ້ອນຄວາມນິຍົມຂອງລູກຄ້າກໍ່ຄືການແກ້ງແຍ່ງຂອງບັນດາຜະລິດຕະພັນອຸດສາຫະກຳ. ຕົວຈິງນັ້ນຮຽກຮ້ອງໃຫ້ ຮ່າໂນ້ຍ ຕ້ອງຮັກສາຄຸນຄ່າທີ່ເປັນມູນເຊື້ອຂອງແຕ່ລະອາຊີບທັງຕ້ອງປະດິດຄິດສ້າງ, ປ່ຽນໃຫມ່ຜະລິດຕະພັນເພື່ອພັດທະນາ.

ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຮ່າໂນ້ຍ- ປະດິດຄິດສ້າງເພື່ອພັດທະນາ - ảnh 1ພາບ ຖະຫນົນ ຮ່າງຈົງ ພາຍໃຕ້ການສືບທອດ ແລະ ປະດິດຄິດສ້າງ ຈາກນັກແຕ້ມຫນຸ່ມ. ພາບ:VOV

ຮ່າໂນ້ຍໄດ້ຮັບຖືວ່າ “ແມ່ນນະຄອນຫລວງ”ຂອງບັນດາອາຊີບຫັດຖະກຳ. ເມື່ອເວົ້າເຖິງຮ່າໂນ້ຍແມ່ນຄິດເຖິງບັນດາຖະຫນົນອາຊີບຄື: ຮ່າງທຽກ, ຮ່າງບາກ, ຮ່າງຮ່ອມ, ຫລໍ່ແຣ່ນ...ຖະຫນົນແຕ່ລະສາຍນັ້ນແມ່ນຕິດພັນກັບອາຊີບຫັດຖະກຳນ່ຶງ.

ຜ່ານໄລຍະການປ່ຽນແປງຂອງປະຫວັດສາດ, ປະຈຸບັນຖະຫນົນສາຍຕ່າງໆນັ້ນສ່ວນຫລາຍຍັງຄົງຮັກສາຊື່ຄືເກົ່າ ແຕ່ອາຊີບທີ່ຕິດພັນກັບຊື່ຂອງຖະຫນົນແມ່ນໄດ້ສູນຫາຍໄປ. ຖະຫນົນບາງສາຍໄດ້ກາຍເປັນຖະຫນົນການຄ້າ, ຄ້າຂາຍຫລາຍປະເພດສິນຄ້າທີ່ແຕກຕ່າງກັນ. ທ່ານນາງເຈີນທິທູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຫນອງ ຮ່ວານກຽມແລະຄຸ້ມຖະຫນົນເກົ່າຮ່າໂນ້ຍໃຫ້ຮູ້ວ່າ:

 “ຢູ່ ຄຸ້ມຖະຫນົນເກົ່າຮ່າໂນ້ຍປະຈຸບັນໝູ່ບ້ານອາຊີບຫັດຖະກຳຍັງບໍ່ຫລາຍ ແຕ່ສ່ວນຫລາຍແມ່ນບ່ອນເພື່ອໃຫ້ເຂົາເຈົ້າຂາຍຜະລິດຕະພັນ. ພວກຂ້າພະເຈົ້າປາດຖະຫນາຢາກເຊື່ອມຕໍ່ລະຫວ່າງຖະຫນົນອາຊີບ ກັບໝູ່ບ້ານອາຊີບເພື່ອເຮັດແນວໃດໃຫ້ບັນດາຜະລິດຕະພັນທີ່ນຳມາຂາຍຢູ່ຖະຫນົນແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະນັບທັງຄຸນນະພາບແລະຮູບແບບເພື່ອຕອບສະຫນອງຜະລິດຕະພັນເປັນຂອງຕ້ອນຂອງຝາກ, ຮັບໃຊ້ແຂກທ່ອງທ່ຽວ”.       

ຍິ່ງກວ່ານັ້ນ ບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງຄຸ້ມຖະຫນົນອາຊີບຫັດຖະກຳຢູ່ ຮ່າໂນ້ຍກໍ່ພວມຕ້ອງແກ້ງແຍ່ງກັບບັນດາຜະລິດຕະພັນອຸດສາຫະກຳ, ບັນດາຜະລິດຕະພັນນຳເຂົ້າຈາກຕ່າງປະເທດກໍ່ມີລາຄາຕ່ຳກວ່າ, ຕະຫລາດຈຳຫນ່າຍກໍ່ຍັງຈຳກັດຢູ່. ທ່ານນາມຈີ, ນັກສິລະປະການ, ນັກແຕ້ມພາບຢູ່ ຖະຫນົນຮ່າງຈົງໃຫ້ຮູ້ວ່າ:

          “ສຳລັບສັງຄົມປະຈຸບັນ, ພາບຢູ່ ຮ່າງຈົງຖ້າຈະພຽງແຕ່ຄົງຕົວດ້ວຍຮູບແບບທີ່ເປັນມູນເຊື້ອຂ້າພະເຈົ້າຄິດວ່າມັນບໍ່ທັນຕອບສະຫນອງຄວາມຕ້ອງການຂອງຕະຫລາດໄດ້. ເພາະສະນັ້ນຄວນມີການປ່ຽນໃຫມ່ບາງຢ່າງຄື: ນຳປັດໄຈປະຫວັດສາດ, ຮູບພາບຂອງທ້ອງຖິ່ນເຂົ້າໃນພາບເພື່ອມີການປະດິດຄິດສ້າງ, ນຳເຕັກນິກເຄືອບຄຳ… ໃສ່ພາບຂອງຮ່າງຈົງເພື່ອປັບຕົວໃຫ້ແທດເໝາະກັບຄວາມນິຍົມຂອງລູກຄ້າ”.

ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຮ່າໂນ້ຍ- ປະດິດຄິດສ້າງເພື່ອພັດທະນາ - ảnh 2ທ່ານນາງເຈີນທິທູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຫນອງ ຮ່ວານກຽມແລະຄຸ້ມຖະຫນົນເກົ່າຮ່າໂນ້ຍ. ພາບ:VOV
 

ຕໍ່ຫນ້າສະພາບການດັ່ງກ່າວ, ນະຄອນຮ່າໂນ້ຍພວມຄອ່ຍໆປັບປຸງ, ສ້າງໃຫ້ສຳເລັດຖານຂໍ້ມູນມໍລະດົກອາຊີບຫັດຖະກຳທີ່ເປັນມູນເຊື້ອ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມປະຕິບັດບັນດາການປະດິດສ້າງໃຫມ່, ນຳມາເຊິ່ງບັນດາຄຸນຄ່າໃຫມ່ໃຫ້ແກ່ບັນດາສາຍຖະຫນົນອາຊີບຫັດຖະກຳທີ່ເປັນມູນເຊື້ອ. ພ້ອມທັງສ້າງແຫລ່ງກອງທຶນຮັບໃຊ້ການອະນຸລັກຮັກສາອາຊີບຫັດຖະກຳກໍ່ຄືປຸກລຸກການອອກແບບທີ່ມີຫົວຄິດປະດິດສ້າງຈາກຄຸນຄ່າມໍລະດົກ. ນັກສິລະປະການເຄື່ອງປະດັບຫງວຽນຈິແທ່ງຢູ່ ຖະຫນົນຮ່າງບາກຖືວ່າ:         

“ຜະລິດຕະພັນຫັດຖະກຳຍາມໃດກໍ່ງາມກວ່າຜະລິດຕະພັນເຮັດດ້ວຍເຄື່ອງຈັກ. ປະຈຸບັນຢູ່ ຮ່າງບາກມີເຄື່ອງຈັກເຕັກໂນໂລຊີຫລາຍແຕ່ຕ້ອງຈຳແນກໄດ້ສອງບັນຫານັ້ນແມ່ນ: ວິຈິດສິນອຸດສາຫະກຳແລະວິຈິດສິນຫັດຖະກຳ. ໃນອາຊີບທີ່ເປັນມູນເຊື້ອ, ເມື່ອເຮົາເຮັດໄດ້ຜະລິດຕະພັນໃດຫນຶ່ງງາມໃຫ້ລູກຄ້າເຫັນວ່າລູກຄ້າພໍໃຈເຮົາກໍ່ດີໃຈນຳ”.

ຄຽງຄູ່ກັນນັ້ນ, ຮ່າໂນ້ຍຖະຫນົນເກົ່າ 36  ສາຍດ້ວຍບັນດາເລື່ອງລາວກ່ຽວກັບເຄື່ອງໝາຍການຄ້າຍາມໃດກໍ່ມີຄວາມດູດດື່ມຄືດັ່ງຂີດໝາຍຂອງປະຫວັດສາດຮ່າໂນ້ຍໃນເມື່ອກ່ອນ. ເພາະສະນັ້ນຕາມເອື້ອຍໂດ໋ຢ້ຽວລິງ, ສູນຄົ້ນຄວ້າແລະເສີມຂະຫຍາຍມໍລະດົກແລ້ວ, ພ້ອມກັບເລື່ອງປ່ຽນແປງຮູບແບບຜະລິດຕະພັນຫັດຖະກຳນັ້ນ ກໍ່ຕ້ອງເຊື່ອມຕໍ່ບັນດາເລື່ອງລາວກ່ຽວກັບຖະຫນົນອາຊີບໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ.         

ປະຈຸບັນຮ່າໂນ້ຍເຖິງວ່າບໍ່ມີຫລາຍຖະຫນົນອາຊີບຫັດຖະກຳຄືກ່ອນນີ້ ແຕ່ບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງຖະຫນົນອາຊີບຍັງຄົງເປັນຂີດໝາຍປະຫວັດສາດ. ເພາະສະນັ້ນບັນດາມາດຕະການຄົບຊຸດ, ພິເສດຂອງແຕ່ລະອາຊີບຫັດຖະກຳທັງແມ່ນການສືບທອດບັນດາຄຸນຄ່າທີ່ເປັນມູນເຊື້ອທັງມີການປ່ຽນໃຫມ່, ປະດິດຄິດສ້າງຈະຊ່ວຍໃຫ້ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຮ່າໂນ້ຍໄດ້ຮັບການອະນຸລັກຮັກສາແລະພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ