ເຂດເສດຖະກິດ ຢູງກວັດ - ກຳລັງຫນູນແຫ່ງການພັດທະນາໃຫມ່ຂອງແຂວງ ກວ໋າງຫງ໋າຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງເຊັນອະນຸມັດການດັດປັບການວາງແຜນຜັງສັງລວມການກໍ່ສ້າງເຂດເສດຖະກິດ ຢູງກວັດ ແຂວງ ກວ໋າງຫງາຍ ຮອດປີ 2045. ຕາມການວາງແຜນຜັງນີ້, ເຂດ ຢູງກວັດ ຈະພັດທະນາໃຫ້ກາຍເປັນເຂດເສດຖະກິດສັງລວມບັນຈຸຫລາຍຂະແຫນງ, ຫລາຍຂົງເຂດ, ສ້າງປະຖົມປັດໄຈເພື່ອໃຫ້ແຂວງ ກວ໋າງຫງາຍ ກາຍເປັນແຂວງ ພັດທະນາດີຂອງປະເທດຊາດ.

ເຂດເສດຖະກິດ ຢູງກວັດ - ກຳລັງຫນູນແຫ່ງການພັດທະນາໃຫມ່ຂອງແຂວງ ກວ໋າງຫງ໋າຍ - ảnh 1ເຂດເສດຖະກິດ ຢູງກວັດ ພັດທະນາກາຍເປັນເຂດເສດຖະກິດຫລາຍຂະແຫນງ, ຫລາຍຂົງເຂດ. ພາບ: VOV

ຕາມການວາງແຜນຜັງໂດຍທ່ານນາຍົກລັດຖະມົນຕີ ເຊັນອະນຸມັດ, ເຂດເສດຖະກິດ ຢູງກວັດ ມີເນື້ອທີ່ກວ່າ 45.300 ເຮັກຕາ, ໃນນັ້ນ ດິນຕໍ່ແຜ່ນແມ່ນເກືອບ 33.600 ເຮັກຕາ, ເກາະລີເຊີນ ເກືອບ 1.500 ເຮັກຕາ ແລະ ເນື້ອທີ່ຫນ້ານ້ຳ(ເຂດທະເລ) ປະມານກວ່າ 10.700 ເຮັກຕາ. ຮອດປີ 2045 ຢູງກວັດ ຈະພັດທະນາໃຫ້ກາຍເປັນເຂດເສດຖະກິດ ສັງລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ລວມມີ: ອຸດສາຫະກຳ-ການຄ້າ-ການບໍລິການ-ການທ່ອງທ່ຽວ- ຕົວເມືອງ ແລະ ກະສິກຳ ປ່າໄມ້ ການປະມົງ. ທ່ານ ຮ່າຮວ່າງຫວຽດເຟືອງ, ຫົວຫນ້າ ຄະນະຄຸ້ມຄອງເຂດເສດຖະກິດ ຢູງກວັດ ແລະ ບັນດາເຂດອຸດສາຫະກຳ ກວ໋າງຫງາຍ ຖືວ່າ: ການວາງແຜນຜັງໃຫມ່ ແມ່ນກາລະໂອກາດເພື່ອແຂວງ ກວ໋າງຫງາຍ ດຶງດູດບັນດານັກລົງທຶນຍຸດທະສາດ.

 “ເຂດເສດຖະກິດ ຢູງກວັດ ມີບົດບາດ, ຄວາມສຳຄັນໃນການປະກອບສ່ວນລວມໃຫ້ແກ່ການພັດທະນາຂອງແຂວງ, ພາກພື້ນ. ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງເຂດເສດຖະກິດ ຢູງກວັດ ຍັງມີຫລາຍຢູ່, ພວກຂ້າພະເຈົ້າ ພວມສຳຫລວດກວດກາບັນດາໂຄງການທີ່ໄດ້ອອກຫນັງສືອະນຸຍາດໃຫ້ແກ່ນັກລົງທຶນແຕ່ການຜັນຂະຫຍາຍແມ່ນຊັກຊ້າ, ບໍ່ຜັນຂະຫຍາຍ ຫລື ຍັງບໍ່ນຳໃຊ້ທີ່ດິນ ແມ່ນຕ້ອງສຸມໃສ່ແກ້ໄຂ. ປະຕິບັດການວາງແຜນຜັງສັງລວມໃນການດັດປັບເຂດເສດຖະກິດ ຢູງກວັດ ຈະມີເນື້ອທີ່ດິນໃຫມ່, ສ້າງເງື່ອນໄຂດຶງດູດບັນດານັກລົງທຶນຍຸດທະສາດ. ນີ້ແມ່ນກຳລັງຫນູນພັດທະນາໃນອະນາຄົດ.

ຕາມການດັດປັບການວາງແຜນຜັງສັງລວມ, ເຂດເສດຖະກິດ ຢູງກວັດ ລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ເອົາໃຈໃສ່ເຖິງການພັດທະນາອຸດສາຫະກຳ. ໃນນັ້ນ ຈຸດສຸມແມ່ນອຸດສາຫະກຳກັ່ນຕອງນ້ຳມັນ, ອຸດສາຫະກຳເຄມີ ແລະ ອຸດສາຫະກຳຫນັກ ດ້ວຍຫລາຍຂະແຫນງຫລັກ ພ້ອມທັງແມ່ນຫນຶ່ງໃນບັນດາປະຕູເຊື່ອມຕໍ່ຄົມມະນາຄົມຂົນສົ່ງ, ແລກປ່ຽນສິນຄ້າ ແລະ ພົວພັນແລກປ່ຽນຂອງສາກົນທີ່ສຳຄັນໃນພາກກາງ ແລະ ເຂດໄຕງວຽນ.

ເຂດເສດຖະກິດ ຢູງກວັດ - ກຳລັງຫນູນແຫ່ງການພັດທະນາໃຫມ່ຂອງແຂວງ ກວ໋າງຫງ໋າຍ - ảnh 2ເມືອງ ລີເຊີນ ສຸມໃສ່ລົງທຶນພື້ນຖານໂຄງລ່າງ. (ພາບ: VOV)

ຮອດປີ 2045, ຢູງກວັດ ຈະກາຍເປັນເຂດພັດທະນາຕົວເມືອງ, ການບໍລິການ, ການທ່ອງທ່ຽວຂອງເຂດເສດຖະກິດຈຸດສຸມພາກກາງ. ຕາມນັ້ນແລ້ວ, ຢູງກວັດ ສ້າງ 5 ເຂດຫລັກ, ໃນນັ້ນ ເຂດທ່ອງທ່ຽວ, ເຂດການບໍລິການ ດ້ວຍເນື້ອທີ່ປະມານ 713 ເຮັກຕາ, ລວມມີ: ເຂດ ທຽນດ່າງ - ແຄຮາຍ ແລະ  ທ້ວນເຟືອກ, ທະເລ ເລະຖູຍ, ແກ່ງອຽນ, ທະເລບິ່ງເຈົາ ຂຶ້ນກັບເມືອງ ບິ່ງເຊີນ ແລະ ເມືອງ ລີເຊີນ. ນີ້ແມ່ນກຳລັງຫນູນເພື່ອໃຫ້ແຂວງ ກວ໋າງຫງາຍ ພັດທະນາ. ທ່ານ ດັ້ງວັນມິງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:

 “ການວາງແຜນຜັງດັດປັບເຂດເສດຖະກິດ ຢູງກວັດ ແລະ ແຜນຜັງແຂວງ ກວ໋າງຫງາຍ ແມ່ນພື້ນຖານຕົ້ນຕໍເພື່ອໃຫ້ແຂວງ ກວ໋າງຫງາຍຜັນຂະຫຍາຍປະຕິບັດເພື່ອສຳເລັດຄາດໝາຍຂອງປີ 2030, ວິໄສທັດຮອດປີ 2045. ການວາງແຜນຜັງແຂວງ ກວ໋າງຫງາຍ ພວມຮັບເອົາຄຳເຫັນ, ການກວດກາຢັ້ງຢືນຈາກບັນດາກະຊວງ, ຂະແຫນງການ ເພື່ອສ້າງໃຫ້ສຳເລັດ, ຍື່ນສະເຫນີຕໍ່ນາຍົກລັດຖະມົນຕີເຊັນອະນຸມັດ. ການວາງແຜນຜັງຂອງແຂວງ ກວ໋າງຫງາຍ ຕາມທິດກໍ່ສ້າງ 4 ແລວເສດຖະກິດຍຸດທະສາດ ແລະ 6 ເຂດເສດຖະກິດກຳລັງຫນູນເພື່ອສຸມໃສ່ພັດທະນາ.

ໃນການພັດທະນາຕົວເມືອງຢູ່ເຂດເສດຖະກິດ ຢູງກວັດ, ໄລຍະ 2036 – 2045, ແຂວງ ກວ໋າງຫງາຍ ຈະສ້າງສຳເລັດພື້ນຖານໂຄງລ່າງໃຫ້ແກ່ບັນດາຕົວເມືອງ, ມຸ່ງໄປເຖິງການສ້າງຕັ້ງ 2 ນະຄອນ ບິ່ງເຊີນ ແລະ ລີເຊີນ, ສ້າງເຂດຕົວເມືອງກຳລັງຫນູນທາງພາກເຫນືອຂອງແຂວງ ກວ໋າງຫງາຍ ແລະ ເຂດເສດຖະກິດຈຸດສຸມພາກກາງເທື່ອລະກ້າວ. ພິເສດ ມຸ່ງໄປເຖິງການກໍ່ສ້າງເມືອງ ລີເຊີນ ໃຫ້ກາຍເປັນນະຄອນທ່ອງທ່ຽວທະເລ, ສີວິໄລ, ທັນສະໄຫມ. ທ່ານນາງ ຟ້າມທິເຮືອງ, ປະທານ ຄະນະກຳມະການປະຊາຊົນ ເມືອງ ລີເຊີນ ໃຫ້ຮູ້ວ່າ:

 “ເນື້ອທີ່ຂອງເກາະ ມີພຽງແຕ່10 ກວ່າຕາລາງກິໂລແມັດ, ເພື່ອພັດທະນາຕົວເມືອງທະເລນັ້ນ ເລື່ອງຖົມທະເລເພື່ອປະຕິບັດບັນດາເຂດຊຸມຊົນ, ເຂດການຄ້າການບໍລິການ ຕ້ອງມີນັກລົງທຶນໃຫຍ່. ເຖິງຢ່າງໃດກໍຕາມ ທຸກສິ່ງທຸກຢ່າງຕ້ອງຮັບປະກັນຄວາມກົມກຽວຜົນປະໂຫຍດ, ຮັກສາໄດ້ຈຸດຄວາມງາມດັ້ງເດີມຂອງເກາະ, ທິວທັດທຳມະຊາດ, ຫລີກລ້ຽງການກໍ່ສ້າງທຽມຫລາຍເພື່ອໃຫ້ ລີເຊີນ ພັດທະນາຢ່າງກົມກຽວ.

ໃນ 2 ປີ ແຕ່ປີ 2021 – 2022, ເຂດເສດຖະກິດ ຢູງກວັດ ໄດ້ດຶງດູດຈຳນວນເງິນກວ່າ 3,85 ຕື້ USD. ເພື່ອພັດທະນາ ຢູງກວັດໃຫ້ກາຍເປັນເຂດເສດຖະກິດສັງລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ແຂວງ ກວ໋າງຫງາຍ ໄດ້ວາງອອກບັນດາຫນ້າທີ່ລະອຽດເພື່ອຜັນຂະຫຍາຍປະຕິບັດນັບແຕ່ເດືອນຕົ້ນປີນີ້. ໃນນັ້ນ ເອົາໃຈໃສ່ເຖິງລັກສະນະຄົບຊຸດ ລະຫວ່າງການວາງແຜນຜັງ, ລະຫວ່າງ ຂະແຫນງ ພິເສດແມ່ນສອດຄ່ອງກັບແຜນຜັງການນຳໃຊ້ທີ່ດິນ, ຮຽກຮ້ອງ, ດຶງດູດການລົງທຶນຢູ່ ບໍລິເວນເຂດເສດຖະກິດ ຢູງກວັດ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ