ເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບຮັບໃຊ້ການຜະລິດອຸດສາຫະກຳ

(VOVWORLD) -ອຸດສາຫະກຳ ເວົ້າລວມ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ສືບຕໍ່ແມ່ນກຳລັງຫນູນເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2023. ຕໍ່ຫນ້າການກະທົບທີ່ບໍ່ສະດວກຈາກຕະຫລາດໂລກ, ຂະແຫນງອຸດສາຫະກຳ ການຄ້າ ໄດ້ມີຫລາຍມາດຕະການ, ໃນນັ້ນ ມີເລື່ອງເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບຮັບໃຊ້ການຜະລິດ ແລະ ຊຸກຍູ້ບັນດາໂຄງການອຸດສາຫະກຳ ມີບົດບາດສຳຄັນໃນການເຄື່ອນໄຫວເພື່ອເພີ່ມກຳລັງຄວາມສາມາດການຜະລິດ.

ເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບຮັບໃຊ້ການຜະລິດອຸດສາຫະກຳ - ảnh 1ທ່ານນາງ ຟານທິແທງຊວນ ຮອງປະທານ ທັງເປັນເລຂານຸການສະຫະສະມາຄົມ ເກີບຫນັງ ກະເປົາ ຫວຽດນາມ. (ພາບ:haiquanonline.com.vn)

ຂະແຫນງອຸດສາຫະກຳ, ພິເສດ ແມ່ນອຸດສາຫະກຳປຸງແຕ່ງ, ປະດິດສ້າງ ໄດ້ປະກອບສ່ວນປະມານ 25% ໃນ GDP ຂອງປີ 2022, ບັນດາຜະລິດຕະພັນອຸດສາຫະກຳປຸງແຕ່ງກວມເອົາເຖິງ 89% ໃນໂຄງປະກອບໝວດສິນຄ້າສົ່ງອອກຂອງທົ່ວປະເທດ. ເຖິງຢ່າງໃດກໍຕາມ, ໃນປີ 2022 ຍ້ອນການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ 19 ແລະ ສະພາບຂາດສະຖຽນລະພາບດ້ານການເມືອງຢູ່ຫລາຍປະເທດ, ເຂດແຄ້ວນ; ລາຍຈ່າຍການຂົນສົ່ງ, logistics ເພີ່ມຂຶ້ນສູງ, ເຮັດໃຫ້ວິສາຫະກິດ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຍ້ອນໃບສັ່ງຊື້ສິນຄ້າຫລຸດລົງ, ຂາດວັດຖຸດິບເພື່ອຜະລິດ. ທ່ານນາງ ຟານທິແທງຊວນ, ຮອງປະທານ ທັງເປັນເລຂານຸການສະຫະສະມາຄົມ ເກີບຫນັງ ກະເປົາ ຫວຽດນາມ ຖືວ່າ: ປີ 2023, ວິສາຫະກິດ ຫວຽດນາມ ຄວນເປັນເຈົ້າການແຫລ່ງວັດຖຸດິບ, ເພີ່ມທະວີການໝູນໃຊ້ການຫັນເປັນດິຈີຕອນ:

 “ພວກເຮົາ ຄວນເປັນເຈົ້າການໃນການຜະລິດວັດຖຸດິບ ຢູ່ ຫວຽດນາມ, ທັງເພື່ອເປັນເຈົ້າການແຫລ່ງສະຫນອງກໍ່ຄືເພີ່ມບັນດາຄຸນຄ່າຜະລິດຕະພັນ. ນະໂຍບາຍທີສອງ ນັ້ນແມ່ນ ສືບຕໍ່ລົງທຶນເຂົ້າໃນການພັດທະນາເຂດອຸດສາຫະກຳຫນູນຊ່ວຍ, ພິເສດ ແມ່ນຫມວດຜະລິດຕະພັນທີ່ມີຄຸນນະພາບສູງ. ທີສາມແມ່ນໝູນໃຊ້ການຫັນເປັນດິຈີຕອນ, ຫນຶ່ງໃນບັນດາມາດຕະການເພື່ອຊ່ວຍຍົກສູງຄຸນນະພາບການຄຸ້ມຄອງ, ຫລຸດຜ່ອນລາຍຈ່າຍກໍ່ແມ່ນຫນຶ່ງໃນບັນດາວິທີການເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ”

ທ່ານ ຫ່າຫວູເຊີນ, ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ເກີນເທີ ຖືວ່າ: ຄວນແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການສຳຜັດແຫລ່ງທຶນ ເພື່ອໃຫ້ບັນດາວິສາຫະກິດຜະລິດດຳເນີນທຸລະກິດເປັນປົກກະຕິ.

“ເຖິງວ່າ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳທີ່ກອງປະຊຸມບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແຕ່ແຫລ່ງທຶນຮອນຍັງຈຳກັດຢູ່ສຳລັບບັນດາວິສາຫະກິດ. ນີ້ແມ່ນບັນຫາສຳຄັນທີ່ສຸດ. ເພາະສະນັ້ນ ພະແນກອຸດສາຫະກຳ ການຄ້າ ຄວນສືບຕໍ່ສະເຫນີທ່ານນາຍົກລັດຖະມົນຕີ ແລະ ທະນາຄານແຫ່ງລັດ ຕ້ອງເຮັດເປັນລະອຽດເພື່ອເຮັດແນວໃດຈະຊີ້ນຳບັນດາລະບົບອົງການສິນເຊື່ອຊ່ວຍໃຫ້ບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ”.

ເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບຮັບໃຊ້ການຜະລິດອຸດສາຫະກຳ - ảnh 2ທ່ານ ໂດ໋ທັງຫາຍ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ. (ພາບ:VTC)

ກະຊວງອຸດສາຫະກຳ ການຄ້າ ກໍ່ຈະສືບຕໍ່ຍູ້ແຮງວຽກງານກໍ່ສ້າງ ແລະ ນຳບັນດາສູນເຕັກນິກຫນູນຊ່ວຍພັດທະນາອຸດສາຫະກຳຢູ່ພາກເຫນືອ ແລະ ພາກໃຕ້ ເຄື່ອນໄຫວຢ່າງມີປະສິດທິຜົນ. ນອກນັ້ນ ກະຊວງອຸດສາຫະກຳ ກໍຈະຂຶ້ນແຜນການສ້າງບັນດາສູນຫນູນຊ່ວຍພັດທະນາອຸດສາຫະກຳຢູ່ເຂດເສດຖະກິດຈຸດສຸມ ເພື່ອຫນູນຊ່ວຍການປ່ຽນແປງໃຫມ່ປະດິດຄິດສ້າງ, ຫນູນຊ່ວຍເຕັກນິກໃຫ້ແກ່ບັນດາວິສາຫະກິດອຸດສາຫະກຳ, ພິເສດແມ່ນບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ທ່ານ ໂດ໋ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ:

   ກະຊວງອຸດສາຫະກຳ ການຄ້າ ໄດ້ສຸມໃສ່ສ້າງ ປັບປຸງຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳໃຫ້ສຳເລັດເພື່ອສົ່ງຂັ້ນເທິງຍື່ນສະເຫນີສະພາແຫ່ງຊາດພິຈາລະນາຮັບຮອງເອົາ ໄລຍະ 2023 2024 ເພື່ອເປັນພື້ນຖານດ້ານນິຕິກຳເປັນເອກະພາບໃຫ້ແກ່ການເຄື່ອນໄຫວພັດທະນາອຸດສາຫະກຳໃນໄລຍະໃຫມ່. ລະດົມທຸກແຫລ່ງກຳລັງຢ່າງສຸດຂີດເພື່ອເຂົ້າຮ່ວມການລົງທືນເຂົ້າໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ພິເສດ ແມ່ນລົງທຶນເຂົ້າບັນດາໂຄງການໃຫຍ່ທີ່ມີລັກສະນະແຜ່ຂະຫຍາຍ ເພື່ອແນໃສ່ສ້າງກຳລັງຫນູນເຕີບໂຕໃຫມ່ເພື່ອປະກອບສ່ວນພັດທະນາເສດຖະກິດປະເທດຊາດ”.

ໃນປີ 2023, ຂະແຫນງອຸດສາຫະກຳ ການຄ້າ ກໍຍູ້ແຮງການຫນູນຊ່ວຍວິສາຫະກິດຊອກຫາ ແຫລ່ງສະຫນອງວັດຖຸດິບ, ອຸປະກອນຮັບໃຊ້ການຜະລິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ບັນດາວິສາຫະກິດພາຍໃນປະເທດເຂົ້າຮ່ວມລະບົບສະຫນອງຂອງບັນດາວິສາຫະກິດມີແຫລ່ງເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ແລະ ວິສາຫະກິດໃຫຍ່ທົ່ວໂລກ. ພ້ອມກັນນັ້ນ ກໍສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດເພື່ອນຳບັນດາໂຄງການອຸດສາຫະກຳ ມີບົດບາດສຳຄັນເຂົ້າສູ່ການເຄື່ອນໄຫວເພື່ອເພີ່ມກຳລັງຄວາມສາມາດການຜະລິດ, ປະຕິບັດບັນດາມາດຕະການຢ່າງຄົບຊຸດໃນເລື່ອງເຮັດໃຫ້ການຜະລິດເປັນປົກກະຕິ, ຮັບປະກັນດຸ່ນການສະຫນອງ ແລະ ຄວາມຕ້ອງການສິນຄ້າທີ່ຈຳເປັນ ຮັບປະກັນການຕອບສະຫນອງຄວາມຕ້ອງການສິນຄ້າ, ພະລັງງານໃຫ້ແກ່ການຜະລິດ ແລະ ການດຳເນີນຊີວິດຂອງປະຊາຊົນຢ່າງພຽງພໍ.

ຕອບກັບ

ຂ່າວ/ບົດ​ອື່ນ