ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ສ້າງທ່ວງທ່າຟື້ນຟູເສດຖະກິດສັງຄົມແລະພັດທະນາໃນການເຊື່ອມໂຍງ.

(VOVWORLD) -ຫວຽດນາມໄດ້ ແລະພວມຮັບມືຢ່າງໄຫວພິບ, ປອດໄພສົມທົບກັບການປ້ອງກັນຕ້ານໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ; ກິດຈະການຟື້ນຟູເສດຖະກິດປະເທດຊາດບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ສະພາບການດ້ານການເມືອງແລະເສດຖະກິດໂລກພວມມີການຜັນແປຫລາຍຢ່າງຍາກທີ່ຈະຄາດຄະເນໄດ້ ເຮັດໃຫ້ລະບົບສະຫນອງທົ່ວໂລກ ພວມຖືກຕັດຕອນ, ສ້າງສິ່ງທ້າທາຍໃຫຍ່ຫລວງ ແຕ່ພ້ອມກັນນັ້ນກໍ່ມີຫລາຍກາລະໂອກາດໃຫມ່ເພື່ອໃຫ້ປະເທດຊາດບືນຕົວຂຶ້ນພັດທະນາຢ່າງເຂັ້ມແຂງກວ່າ. ນີ້ກໍແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ, ປະຊາຊົນສະແດງໃຫ້ເຫັນເຈດຈຳນົງບືນຂຶ້ນ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງພ້ອມກັນຄວາມຄາດຫວັງການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສັນຕິສຸກ.

ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ສ້າງທ່ວງທ່າຟື້ນຟູເສດຖະກິດສັງຄົມແລະພັດທະນາໃນການເຊື່ອມໂຍງ. - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະສົນທະນາ “ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ . ພາບ: VOV

ກ່າວຄຳເຫັນທີ່ການພົບປະສົນທະນາ“ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ສ້າງທ່ວງທ່າຟື້ນຟູເສດຖະກິດສັງຄົມແລະພັດທະນາໃນການເຊື່ອມໂຍງ” ໂດຍພະແນກຂ່າວສະຖານະການ,ວິທະຍຸກະຈາຍສຽງຫວຽດນາມສົມທົບກັບມະຫາວິທະຍາໄລເສດຖະກິດ -ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຈັດຕັ້ງໃນອາທິດຜ່ານມາ, ທ່ານ ຮສ ປອ ຫວູມິງເຄືອງ, ຄູສອນຢູ່ໂຮງຮຽນນະໂຍບາຍສາທາລະນະ ຫລີເຄືອງຢູ (ມະຫາວິທະຍາໄລແຫ່ງຊາດສິງກະໂປ) ຖືວ່າ: ເມື່ອໂລກພວມເກີດການຜັນປ່ຽນຫລາຍຢ່າງ, ການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງພວມນັບມື້ນັບມີຄວາມສຳຄັນ. ບົດຮຽນຈາກການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາປະເທດຄື ສ.ເກົາຫລີ, ສິງກະໂປໄດ້ຊ່ວຍໃຫ້ ຫວຽດນາມ ສາມາດຮັບເອົາໂດຍມີການຄັດເລືອກໃຫ້ແກ່ການພັດທະນາຂອງຕົນ.

 “ການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງກ່ອນອື່ນໝົດປະເທດຊາດຕ້ອງມີຄວາມສາມັກຄີ, ມີເຈດຈຳນົງ. ທີສອງຄວນຍົກສູງກຳລັງແຮງດ້ວຍຕົນເອງ, ສ້າງຄຸນຄ່າໃນທົ່ວສັງຄົມພິເສດແມ່ນລະບອບລະບຽບການ, ມະນຸດ, ວິສາຫະກິດແລະວັດທະນະທຳ.”

ທ່ານຫງວຽນບາຮຸ່ງ, ຜູ້ຊ່ຽວຊານຂັ້ນສູງກ່ຽວກັບການຮ່ວມມືແລະເຊື່ອມໂຍງພາກພື້ນ, ທະນາຄານພັດທະນາອາຊີ ( ADB) ຖືວ່າ: ໂລກລະບາດໂຄວິດ 19 ໄດ້ ແລະພວມວາງອອກບາງບັນຫາທີ່ຕ້ອງແກ້ໄຂ, ໃນນັ້ນມີສະຫວັດດີການ - ສັງຄົມແລະ ບັນດາຜົນສະທ້ອນເຖິງການພັດທະນາເສດຖະກິດຍາວນານໃຫ້ບັນດາປະເພດພັດທະນາຄື: ຫວຽດນາມ.

“ການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນສຳຄັນເພື່ອສາມາດສຸມກຳລັງແຮງທົ່ວຊາດໄດ້. ຄວາມເຂັ້ມແຂງດ້ວຍຕົນເອງເພື່ອສົມທົບກັບໂລກໃຫ້ດີກວ່າ. ພິເສດແມ່ນໄດ້ເຂົ້າເຖິງບັນດາມາດຖານສາກົນແລະເປີດກວ້າງສະຫວັດດີການສັງຄົມ. ທີສອງແມ່ນຍູ້ແຮງການລົງທຶນພື້ນຖານໂຄງລ່າງຕາມທິດຍືນຍົງ. ເລື່ອງນີ້ ຄວນລະດົມບັນດາແຫລ່ງກຳລັງຈາກພາຍນອກຈາກຄູ່ຮ່ວມມືພັດທະນາແລະເສດຖະກິດພາກເອກະຊົນ”

ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ສ້າງທ່ວງທ່າຟື້ນຟູເສດຖະກິດສັງຄົມແລະພັດທະນາໃນການເຊື່ອມໂຍງ. - ảnh 2ທ່ານ ຮສ ປອ ຫວູມິງເຄືອງ, ຄູສອນຢູ່ໂຮງຮຽນນະໂຍບາຍສາທາລະນະ ຫລີເຄືອງຢູ. ພາບ: VOV

ຕາມບັນດາຜູ້ຊ່ຽວຊານເສດຖະກິດ, ເພື່ອເສີມຂະຫຍາຍການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການຟື້ນຟູແລະພັດທະນາເສດຖະກິດໄລຍະຫລັງໂລກລະບາດໂຄວິດ 19, ພິເສດໃນການປະຕິວັດອຸດສາຫະກຳ 4.0, ຫວຽດນາມຄວນເສີມຂະຫຍາຍກຳລັງແຮງພາຍໃນ, ຄຸນນະທາດ, ພູມປັນຍາແລະວັດທະນະທຳຂອງມະນຸດຫວຽດນາມ. ທ່ານຫງວຽນກວາງຮວານ, ຮອງປະທານສະມາຄົມນັກທຸລະກິດພາກເອກະຊົນຫວຽດນາມຖືວ່າ:

 “ການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງບໍ່ແມ່ນກຸ້ມຕົນເອງ. ໃນໄລຍະເຊື່ອມໂຍງທົ່ວໂລກ, ພວກເຮົາເຂົ້າຮ່ວມຫລາຍສັນຍາການຄ້າເສລີພວກເຮົາຄວນມີຄວາມເຂົ້າໃຈການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຖືກກັບຄວາມໝາຍຂອງມັນ. ນັ້ນແມ່ນປະຖົມປັດໄຈທຳອິດເພື່ອໃຫ້ບັນດາວິສາຫະກິດສູ້ຊົນກ້າວຂຶ້ນ ແລະແກ້ງແຍ້ງກັບສາກົນແຕ່ພວກເຮົາຕ້ອງຕິດພັນການເຊື່ອມໂຍງທົ່ວໂລກ”

ທ່ານຫງວຽນເຕີນຕວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແຄງຮ່ວາໃຫ້ຮູ້ວ່າ: ເສີມຂະຫຍາຍຈິດໃຈເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພະນັກງານແລະປະຊາຊົນທັງໝົດໃນແຂວງ ໄດ້ມີຄວາມສາມັກຄີໃນການປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນໃນຕະຫລອດ 2 ປີຜ່ານມາ. ເມື່ອໂລກລະບາດໄດ້ຮັບການຄວບຄຸມ, ການນຳແຂວງພ້ອມກັບວິສາຫະກິດ, ປະຊາຊົນຈະລົງມືປະຕິບັດກິດຈະການຟື້ນຟູແລະພັດທະນາເສດຖະກິດທ້ອງຖິ່ນຢ່າງທັນທີ.

 “ພວກຂ້າພະເຈົ້າຄິດວ່າການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນສະພາບການຟື້ນຟູເສດຖະກິດພາຍຫລັງໂຄວິດ 19 ໄດ້ວາງອອກໃຫ້ທ້ອງຖິ່ນຫລາຍບັນຫາຕ້ອງຄິດ. ພວກຂ້າພະເຈົ້າມີຄວາມຕັດສິນໃຈວ່າໃນປີ 2022 ຈະບັນລຸການເຕີບໂຕ 7,1%. ພວກຂ້າພະເຈົ້າກໍ່ພວມກຽມພ້ອມສ້າງໂຄງການເສດຖະກິດດີຈີຕອນ, ເຮັດແນວໃດສ້າງໄດ້ຫລາຍຜະລິດຕະພັນ, ເປັນຕົ້ນແມ່ນໃນສະພາບຄວນຟື້ນຟູບັນດາຂະແຫນງເສດຖະກິດພາຍຫລັງໂລກລະບາດ”

ຕາມນັກທຸລະກິດຟ້າມດີງດ່ວານ, ຮອງປະທານສະພາສູນກາງບັນດາສະຫະສະມາຄົມວິສາຫະກິດຫວຽດນາມ, ປະທານກຸ່ມບໍລິສັດຟູທາຍແລ້ວ, ດ້ວຍບັນດາບົດຮຽນກ່ຽວກັບຄວາມເປັນເຈົ້າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຫລາຍປະເທດຈະຊຸກຍູ້ບັນດາຂໍ້ລິເລີ່ມທັງມີຜົນປະໂຫຍດໃຫ້ແກ່ ຫວຽດນາມທັງມີລັກສະນະລະດັບພາກພື້ນ.

.“ບໍ່ພຽງແຕ່ເປັນເຈົ້າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທົ່ານັ້ນຫາກຍັງຕ້ອງປັບຕົວໃຫ້ແທດເໝາະກັບສະພາບການອີກດ້ວຍ.  ພິເສດ ບັນດາວິສາຫະກິດຫວຽດນາມຕ້ອງປັບຕົວໃຫ້ແທດເໝາະກັບສະພາບການໃຫ້ສູງສຸດອີກດ້ວຍ. ຂ້າພະເຈົ້າຄິດວ່າບັນດານະໂຍບາຍກໍ່ຄວນມີລັກສະນະຕົວຈິງກວ່າອີກ ເພື່ອໃຫ້ບັນດາວິສາຫະກິດສາມາດພ້ອມກັບລັດຖະບານເພື່ອປະຕິບັດຍຸດທະສາດປັບຕົວໃຫ້ແທດເໝາະກັບສະພາບການ ແລະສ້າງຄວາມເຂັ້ງແຂງດ້ວຍຕົນເອງ”

ເພື່ອປະຕິບັດສຳເລັດພາລະກິດກິດແຫ່ງການສ້າງສາແລະພັດທະນາປະເທດຊາດ, ບົດບາດຂອງຄວາມເປັນເຈົ້າຈາກບັນດາສ່ວນບຸກຄົນມີຄວາມເປັນເຈົ້າ, ວິສາຫະກິດມີຄວາມເປັນເຈົ້າຕະຫລອດຮອດປະເທດມີຄວາມເປັນເຈົ້າໃນສະພາບການເຊື່ອມໂຍງ ແລະໂລກາພິວັດໄດ້ຮັບການເສີມຂະຫຍາຍຢ່າງຂ້ຽວຂາດ. ເພື່ອໃຫ້ຈາກນັ້ນຜັນຂະຫຍາຍບັນດານະໂຍບາຍລະອຽດ, ສອດຄ່ອງກັບສະພາບການຂອງຫວຽດນາມຢັ້ງຢືນບົດບາດປະເທດຫວຽດນາມເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສອດຄ່ອງກັບທ່າອ່ຽງຂົນຂວາຍຂອງສາກົນ, ເຄົາລົບບັນດາຫລັກການເຄື່ອນໄຫວຂອງຕະຫລາດເພື່ອໃຫ້ຈາກນັ້ນປະເທດຊາດສາມາດຟື້ນຟູຢ່າງເຂັ້ມແຂງແລະມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ