ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ 1 ຍັງ​ຄົງ​ສືບ​ຕໍ່​ມີ​ສັນ​ຍານ​ດີ​​

(VOVWORLD) -ຍ້ອນຖືກຜົນສະທ້ອນຢ່າງແຮງຈາກໂລກລະບາດ ໂຄວິດ 19, ການເຕີບໂຕ GDP ໄຕມາດ 1 ປີ 2020 ຂອງຫວຽດນາມ ຄາດວ່າ ບັນລຸພຽງໃນລະດັບ 3,82% ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ປີ 2011. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ສະພາບການລວມຂອງພາກພື້ນ ແລະ ໂລກແລ້ວ, ບັນດາຜູ້ຊ່ຽວຊານຢືນຢັນວ່າ ລະດັບການເຕີບໂຕດັ່ງກ່າວຍັງຄົງແມ່ນຕົວເລກສູງພໍສົມຄວນ. ພິເສດ ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງມີບັນດາຈຸດເດັ່ນທີ່ສາມາດສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້.

ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ 1 ຍັງ​ຄົງ​ສືບ​ຕໍ່​ມີ​ສັນ​ຍານ​ດີ​​ - ảnh 1ໂຮງງານຜະລິດຢຸກຢາ 

ພາບປະກອບ:(SGGP)

ຕາມການປະກາດຫລ້າສຸດຂອງກົມໃຫຍ່ສະຖິຕິແລ້ວ, ບັນດາຂະແຫນງອາຊີບ, ຂົງເຂດຂຶ້ນກັບ 3 ຂົງເຂດເສດຖະກິດລ້ວນແຕ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດ ໂຄວິດ 19. ໃນນັ້ນຂົງເຂດກະສິກຳ ປ່າໄມ້ ແລະ ສິນໃນນ້ຳ ຖືກຜົນສະທ້ອນຫນັກຫນ່ວງທີ່ສຸດ ຍ້ອນກ່ອນນັ້ນໄດ້ຖືກຜົນກະທົບຈາກໂລກລະບາດ ອະຫິວາໝູ ອາຟຼິກາ, ໄຂ້ຫວັດສັດປີກ, ໄພແຫ້ງແລ້ງ, ນ້ຳເຄັມຊືມ, ປະຈຸບັນ ກໍຖືກຜົນສະທ້ອນຈາກໂຄວິດ 19 ອີກ, ເຮັດໃຫ້ລະດັບການເຕີບໂຕບັນລຸພຽງ 0,08% ເທົ່ານັ້ນ.

ຂົງເຂດເສດຖະກິດ ທີສອງ ແມ່ນອຸດສາຫະກຳ ແລະ ການກໍ່ສ້າງ, ໄຕມາດນີ້ ບັນລຸພຽງ 5,15%, ບາງຂະແຫນງອື່ນຄື: ຂຸດຄົ້ນບໍ່ແຮ່ ຊ້ຳບໍ່ໜຳ ການເຕີບໂຕໄປທາງລົບ. ເປັນຫນ້າຊື່ນຊົມ ມີບາງຂະແຫນງການ ຄື ຂະແຫນງອຸດສາຫະກຳປຸງແຕ່ງ ປະດິດສ້າງ ເຖິງວ່າ ບັນລຸລະດັບເຕີບໂຕບໍ່ສູງພຽງຢູ່ໃນລະດັບ 7,12% ຕ່ຳກວ່າຫລາຍເມື່ອທຽບໃສ່ລະດັບເຕີບໂຕໃນໄລຍະດຽວກັນຂອງປີກາຍກໍຕາມ ແຕ່ຍັງຄົງສືບຕໍ່ສວມບົດບາດແມ່ນກຳລັງຫນູນຕົ້ນຕໍຂອງການເຕີບໂຕເສດຖະກິດ.

ທ່ານ ຟ້າມດີງຖູຍ ຫົວຫນ້າກົມສະຖິຕິອຸດສາຫະກຳ, ສັງກັດກະຊວງແຜນການ ແລະ ການລົງທຶນ ໄດ້ຢືນຢັນວ່າ: ນີ້ແມ່ນຈຸດເດັ່ນ ແມ່ນສັນຍານຕັ້ງຫນ້າຂອງພື້ນຖານເສດຖະກິດໄລຍະນີ້ທີ່ແທ້ຈິງd>

“ຂະແຫນງຜະລິດຢຸກຢາ ແລະ ຢາສະໝູນໄພ ໄດ້ເພີ່ມຂຶ້ນເຖິງ 28,3%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຍ້ອນຜະລິດຢຸກຢາຮັບໃຊ້ໃຫ້ແກ່ຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກ. ຂະແຫນງທີສອງ, ການຜະລິດ ຈຳໜ່າຍຜະລິດຕະພັນນ້ຳມັນທີ່ໄດ້ຮັບການກັ່ນຕອງແລ້ວ ແມ່ນຂົງເຂດທີ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນງົບປະມານ. ທີສາມແມ່ນ ຂະແຫນງຜະລິດເຄື່ອງເອເລັກໂຕນິກ, ຄອມພິວເຕີ.. ເປັນຕົ້ນແມ່ນໂທລະສັບມືຖື ແລະ ເຄື່ອງອາໄຫລ່ເອເລັກໂຕນິກ ໄດ້ເພີ່ມຂຶ້ນຫລາຍພໍສົມຄວນ ຢູ່ໃນລະດັບ 14,3%. ໃນສະພາບການ ຈີນຈຳກັດການຜະລິດ ແລະ ສົງຄາມການຄ້າ ລະຫວ່າງ ອາມລິກາ ແລະ ຈີນ ຍັງຄົງດຳເນີນໄປ, ມີຕະຫລາດບົ່ມຊ້ອນຫລາຍແຫ່ງໃນໂລກ ຫັນໄປນຳເຂົ້າເຄື່ອງອາໄຫລ່ເອເລັກໂຕນິກທີ່ຜະລິດຈາກ ຫວຽດນາມ.”

ຕາມປົກກະຕິແລ້ວ, ຂົງເຂດບໍລິການ ຍາມໃດກໍ່ແມ່ນຂົງເຂດເສດຖະກິດກວມອັດຕາສ່ວນສູງສຸດໃນຈຳນວນຍອດຜະລິດຕະພັນພາຍໃນ ແຕ່ຜົນກະທົບຈາກໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການເຕີບໂຕໃນໄຕມາດນີ້ບັນລຸພຽງ 3,27% ເທົ່າກັບເຄິ່ງຫນຶ່ງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ລາຍຮັບຂອງຂົງເຂດການຄ້າເອເລັກໂຕນິກ ບັນລຸການເຕີບໂຕແມ່ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຍ້ອນທ່າໄດ້ປຽບມີຄວາມຈຳກັດການສຳຜັດ. ອີກດ້ານຫນຶ່ງແມ່ນຄວາມຂະຫຍັນຂັນເຄື່ອນຂອງຂະແຫນງ logistics ດ້ວຍລະດັບເຕີບໂຕ ເທົ່າທຽມກັນ ປະກອບສ່ວນຫລາຍໃຫ້ແກ່ GDP ໃນ 3 ເດືອນຕົ້ນປີ.

ພິເສດ ຈຸດເດັ່ນທີ່ເປັນຫນ້າສົນໃຈໃນສະພາບການເສດຖະກິດໄຕມາດ 1 ແມ່ນຄວາມຄຶບຫນ້າການປ່ອຍເງິນລົງທຶນຂອງລັດ. ຮອດວັນທີ 31ມັງກອນ ການປ່ອຍເງິນລົງທຶນຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນບັນລຸພຽງ 0,95% ຂອງແຜນການລັດມອບໝາຍໃຫ້, ຮອດທ້າຍເດືອນມີນາ ຕົວເລກນີ້ໄດ້ເພີ່ມຂຶ້ນກວມເອົາ 13,2% ແຜນການຂອງທັງປີ. ທ່ານ ຫງວຽນຫວຽດຟອງ, ຫົວຫນ້າກົມສະຖິຕິການກໍ່ສ້າງ ແລະ ເງິນລົງທຶນ ຖືວ່າ “ລະດັບປ່ອຍເງິນລົງທຶນຂອງລັດໃນໄຕມາດ 1 ໄດ້ສ່ອງແສງໃຫ້ເຫັນບັນດາມາດຕະການຂອງລັດຖະບານ ແມ່ນນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ”.

  ບັນລຸໄດ້ໝາກຜົນນີ້ ແມ່ນຍ້ອນມີການປ່ຽນແປງໃຫມ່ໃນການບໍລິຫານນະໂຍບາຍຂອງລັດຖະບານ. ຕາມນັ້ນແລ້ວ ລັດຖະບານໄດ້ມອບທຶນແຜນການທັງໝົດໃຫ້ທ້ອງຖິ່ນ ແລະ ບັນດາກະຊວງ ຂະແຫນງການ ນັບແຕ່ຕົ້ນປີ ເຊິ່ງໄດ້ສ້າງເງື່ອນໄຂໃຫ້ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ສາມາດເປັນເຈົ້າການໄດ້. ພ້ອມກັນນັ້ນ ກົດໝາຍວ່າດ້ວຍການລົງທຶນໄດ້ຮັບການປັບປຸງ, ມີຫລາຍຂໍ້ໄດ້ດັດປັບໃຫ້ສະດວກກວ່າ, ຄວາມໄວໃນການປະຕິບັດ ແລະ ການປ່ອຍເງິນລົງທຶນຂອງລັດແມ່ນດີກວ່າເກົ່າ.”

  ໃນສະພາບການເສດຖະກິດທົ່ວໂລກຊຸດໂຊມຢ່າງແຮງ ແລະ ນັບມື້ນັບຈະແຈ້ງກວ່າ, ເລື່ອງ GDP ໄຕມາດ 1 ປີ 2020 ຍັງຄົງສືບຕໍ່ບັນລຸ 3,82% ແລະ ສະພາບການເສດຖະກິດຫວຽດນາມ ມີຫລາຍຈຸດເດັ່ນ ນັ້ນແມ່ນສິ່ງທີ່ຫນ້າຊື່ນຊົມ. ພວກເຮົາເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ ບັນດາວິສາຫະກິດ ແລະ ທຸກແຫລ່ງກຳລັງໃນສັງຄົມ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍໄດ້ ແລະ ເສດຖະກິດຈະໄດ້ຮັບການຟື້ນຟູ, ການເຕີບໂຕກໍ່ຈະບັນລຸລະດັບສູງສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ