ແຂວງ ດົງ​ນາຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ຮ່ວມ​ມື​ສາ​ກົນ

(VOVWORLD) -ໃນຊຸມປີຜ່ານມາ ແຂວງ ດົງນາຍ ໄດ້ປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດໃນຂົງເຂດການພົວພັນຕ່າງປະເທດ ເປັນຢ່າງດີ, ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ເປີດກວ້າງບັນດາສາຍພົວພັນມິດຕະພາບ ແລະ ການຮ່ວມມືລົງທຶນ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນໄລຍະຜ່ານມາ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງແຂວງ ດົງນາຍ ແມ່ນແຂວງຫນຶ່ງທີ່ເຕັມໄປດ້ວຍຄວາມຂະຫຍັນຂັນເຄື່ອນ ແລະ ປະດິດຄິດສ້າງ.

ດົງນາຍ ແມ່ນຫນຶ່ງໃນບັນດາແຂວງນຳຫນ້າທົ່ວປະເທດ ທີ່ມີພື້ນຖານອຸດສາຫະກຳພັດທະນາ ແລະ ລະດັບເຕີບໂຕເສດຖະກິດສູງ, ສ້າງທ່າໄດ້ປຽບດ້ວຍການພົວພັນກັບຫລາຍປະເທດໃນໂລກ ຕະຫລອດຮອດການຮ່ວມມື ແລະ ລົງທຶນ. ນອກນັ້ນ ດ້ວຍທີ່ຕັ້ງພູມສາດສະດວກ ແລະ ທຳມະຊາດດົນບັນດານໃຫ້ ແຂວງ ດົງນາຍ ຍັງມີທ່າແຮງກ່ຽວກັບທຳມະຊາດ, ປະຫວັດສາດ, ວັດທະນະທຳ ດ້ວຍແຫລ່ງທຳມະຊາດອຸດົມສົມບູນ ແລະ ມີຫລາຍຮູບຫລາຍແບບ. ນີ້ກໍ່ແມ່ນບັນດາປະຖົມປັດໄຈສະດວກຊຸກຍູ້ການພັດທະນາວຽກງານການພົວພັນຕ່າງປະເທດຂອງແຂວງ.

 ແຂວງ ດົງ​ນາຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ຮ່ວມ​ມື​ສາ​ກົນ - ảnh 1 ມູມໜຶ່ງຂອງແຂວງດົງນາຍ (ພາບ: baochinhphu.vn)

          ໂດຍປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ເປີດກວ້າງ ຫັນການພົວພັນກັບສາກົນ ເປັນຫລາຍຮູບຫລາຍແບບ ຫລາຍຝ່າຍ ເຊື່ອມໂຍງເຂົ້າກັບສາກົນ ໂດຍທິດນຳທີ່ວ່າ “ຫວຽດນາມ ພອ້ມແລ້ວທີ່ຈະເປັນເພື່ອນ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດໃນປະຊາຄົມສາກົນ”, ໃນຊຸມປີຜ່ານມາ ດົງນາຍ ຕັ້ງຫນ້າ ເປັນເຈົ້າການເປີດກວ້າງການຮ່ວມມືສາກົນ ສຳລັບບັນດາຄູ່ຮ່ວມມືພາຍນອກ. ມາຮອດປະຈຸບັນ ມີກວ່າ 42 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນຢູ່ແຂວງ ດົງນາຍ. ທ່ານ ເຈີນກວັກຕວ໋ານ ຮອງຫົວຫນ້າພະແນກພົວພັນຕ່າງປະເທດ ແຂວງ ດົງນາຍ ຢືນຢັນວ່າ:

“ດົງນາຍ ພ້ອມແລ້ວທີ່ຈະເປັນເພື່ອນກັບຄູ່ຮ່ວມມືທັງໝົດ ດ້ວຍທັດສະນະແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ.  ທີຫນຶ່ງ ເພື່ອພັດທະນາເສດຖະກິດ, ພັດທະນາວັດທະນະທຳສັງຄົມ, ຮັບເອົາວິທະຍາສາດເຕັກໂນໂລຊີຂອງບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ຕໍ່ມາ ແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ແຂວງ ດົງນາຍ ພ້ອມແລ້ວທີ່ຈະຮ່ວມເດີນທາງກັບວິສາຫະກິດ ນັບທັງບັນດາວິສາຫະກິດຕ່າງປະເທດ. ຜົນປະໂຫຍດຂອງເຂົາເຈົ້າກໍ່ແມ່ນຜົນປະໂຫຍດຂອງແຂວງ”

ຄວາມຈິງ ໃນສອງສາມປີມານີ້ ແຕ່ລະປີ ແຂວງ ດົງນາຍ ວາງຄາດໝາຍ ດຶງດູດ 1 ຕື້ USD ແລະ ປີໃດ ກໍ່ປະຕິບັດສຳເລັດຄາດໝາຍທີ່ວາງອອກ.  ທ່ານ ໂຮ່ວັນຫ່າ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ດົງນາຍ ໃຫ້ຮູ້ວ່າ:

“ບັນຫາພັດທະນາວິສາຫະກິດ ກໍ່ແມ່ນບັນຫາພັດທະນາເສດຖະກິດລວມຂອງແຂວງ. ສະນັ້ນ ທາງແຂວງ ກໍ່ໄດ້ກຳນົດວ່າ ການຫນູນຊ່ວຍວິສາຫະກິດ ແມ່ນຫນຶ່ງໃນບັນດາມາດຕະການພື້ນຖານ ແລະ ຍືນຍົງທີ່ສຸດ. ແຕ່ລະປີ ອຳນາດການປົກຄອງແຂວງ ໄດ້ຈັດຕັ້ງການພົບປະກັບບັນດາວິສາຫະກິດ FDI ເພື່ອເຊີດຊູຢ່າງທັນການ ແລະ ຮັບຟັງບັນດາວິສາຫະກິດລາຍງານຄວາມຫຍຸ້ງຍາກ ສິ່ງຕິດຂັດເພື່ອແກ້ໄຂ”

 ແຂວງ ດົງ​ນາຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ຮ່ວມ​ມື​ສາ​ກົນ - ảnh 2 ພິທີເຊັນ ໂຄງການສົມທົບໃນການເຄື່ອນໄຫວການພົວພັນຕ່າງປະເທດຂອງປະຊາຊົນ ເມື່ອເດືອນ ພະຈິກ 2019 (ພາບ: doanthanhnien.vn) 

          ພ້ອມກັບວຽກງານພົວພັນຕ່າງປະເທດຜ່ານບັນດາຊ່ອງທາງຢ່າງເປັນທາງການແລ້ວ, ໄລຍະຜ່ານມາ ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງປະຊາຊົນ ກໍ່ໄດ້ປະກອບສ່ວນໂຄສະນາພາບພົດ ແຂວງ ດົງນາຍ ທີ່ພວມມີການເຊື່ອມໂຍງຢ່າງແຮງ. ສະຫະພັນບັນດາອົງການມິດຕະພາບແຂວງ ໄດ້ເປີດກວ້າງ ແລະ ສ້າງຕັ້ງການພົວພັນກັບສະຖານກົງສູນໃຫຍ່ບັນດາປະເທດ. ຂົນຂວາຍ ສ້າງຕັ້ງ 9 ສະມາຄົມມິດຕະພາບສະມາຊິກ... ຕໍ່ຫນ້າສະພາບການໂລກລະບາດໂຄວິດ 19 ເພື່ອແນໃສ່ແບ່ງປັນ ແລະ ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືຕ່າງປະເທດ ທີ່ມີສາຍພົວພັນມິດຕະພາບ, ຮ່ວມມື, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົງນາຍ ແລະ ບັນດາສະມາຄົມມິດຕະພາບສະມາຊິກ ຫວ່າງແລ້ວນີ້ ໄດ້ມອບ ຜ້າອັດປາກ 6000 ອັນ ໃຫ້ພະນັກງານ, ລັດຖະກອນ ກົງສູນ ລາວ, ກຳປູເຈຍ, ໄທ, ຍີ່ປຸ່ນ, ສເກົາຫລີ, ຈີນ, ລັດເຊຍ, ຝລັ່ງ ແລະ ບາງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຂອງຕ່າງປະເທດ ຢູ່ ນະຄອນໂຮ່ຈີມິນ.

ຕິດພັນຢ່າງແຫນ້ນແຟ້ນການພົວພັນຕ່າງປະເທດກັບຫນ້າທີ່ພັດທະນາເສດຖະກິດ, ວັດທະນະທຳ, ການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳ ແລະ ການເຄື່ອນໄຫວຖະແຫລງຂ່າວຕ່າງປະເທດ ເພື່ອແນໃສ່ຍາດແຍ່ງບັນດາແຫລ່ງກຳລັງສາກົນ, ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳ ຫວຽດນາມ - ດົງນາຍ ກັບປະຊາຊົນໂລກຢ່າງເລິກເຊິ່ງກວ້າງຂວາງ ພິເສດແມ່ນລຸ້ນໜຸ່ມຢູ່ ພາຍໃນ ແລະ ຢູ່ຕ່າງປະເທດ... ແມ່ນບັນດາຫນ້າທີ່ລະອຽດຂອງວຽກງານພົວພັນຕ່າງປະເທດຂອງແຂວງ ດົງນາຍ ໃນໄລຍະປະຈຸບັນ. ທ່ານ ເຈີນກວກຕວ໋ານ ຮອງຫົວຫນ້າພະແນກພົວພັນຕ່າງປະເທດ ແຂວງ ດົງນາຍ ໃຫ້ຮູ້ວ່າ:

          “ໂດຍປະຕິບັດຄຳສັ່ງເລກທີ 25 ຂອງກົມການເມືອງກ່ຽວກັບວຽກງານການຕ່າງປະເທດຫລາຍຝ່າຍ, ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າ ກໍ່ຈະເພີ່ມທະວີ ວຽກງານການຕ່າງປະເທດຫລາຍຝ່າຍ ສຳລັບບັນດາອົງການຄື: ອີຢູ, ອາຊຽນ... ເພື່ອພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ພະແນກພົວພັນຕ່າງປະເທດ ໄດ້ສົມທົບກັບບັນດາພະແນກ ຂະແຫນງການ ເພື່ອເສນາທິການໃຫ້ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ຈັດຕັ້ງບັນດາຄະນະ ໄປສົ່ງເສີມການລົງທຶນ, ການຄ້າ ຢູ່ບັນດາປະເທດໃນກຸ່ມພັດທະນາຄື ອີຢູ, ລັດເຊຍ, ອາເມລິກາ ເພື່ອເພີ່ມທະວີການດຶງດູດບັນດານັກລົງທຶນຕ່າງປະເທດທີ່ມີທ່າແຮງກ່ຽວກັບວິທະຍາສາດເຕັກໂນໂລຊີ, ພູມປັນຍາເພື່ອເຂົ້າມາລົງທຶນຢູ່ແຂວງ ດົງນາຍ”

          ດ້ວຍບັນດາທ່າແຮງສະເພາະທີ່ມີຢູ່ແລ້ວ, ແຂວງ ດົງນາຍ ພວມພ້ອມກັບບັນດາທ້ອງຖິ່ນອື່ນໆໃນທົ່ວປະເທດ ຍູ້ແຮງບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ. ບັນດາຜົນງານບັນລຸໄດ້ໃນໄລຍະຜ່ານມາ ຈະສືບຕໍ່ແມ່ນປະຖົມປັດໄຈເພື່ອໃຫ້ແຂວງ ດົງນາຍ ປະຕິບັດສຳເລັດຫນ້າທີ່ພັດທະນາເສດຖະກິດສັງຄົມໃນໄລຍະໃຫມ່, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ