ແຂວງ ລ້​າງ​ເຊີນ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ສົດ​ຜ່ານ​ດ່ານ​ຊາຍ​ແດນ

(VOVWORLD) -ໃນຊ່ວງເວລານີ້ ຢູ່ ຫວຽດນາມ, ບັນດາຜະລິດຕະພັນກະເສດ, ໝາກໄມ້ຂອງທ້ອງຖິ່ນຕ່າງໆ ພວມຢູ່ໃນໄລຍະເກັບກ່ຽວ, ຈຳນວນລົດບັນທຸກຂົນສົ່ງໝາກໄມ້ສົດໄປບັນດາດ່ານຊາຍແດນຂອງແຂວງ ລ້າງເຊີນ ເພື່ອສົ່ງອອກໄປຍັງ ຈີນ ນັບມື້ນັບເພີ່ມຂຶ້ນ. ເພາະສະນັ້ນ, ແຂວງ ລ້າງເຊີນ ໄດ້ເປັນເຈົ້າການສ້າງແຜນການ ແລະ ຜັນຂະຫຍາຍແບບວິທີ, ມາດຕະການຕ່າງໆຢ່າງໄຫວພິບ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ໝາກໄມ້ສົດ ໄດ້ຜ່ານດ່ານຊາຍແດນຢ່າງວ່ອງໄວ, ຫຼຸດຜ່ອນເວລາຂ້າງສາງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ.

ຢູ່ແຂວງ ລ້າງເຊີນ, ການສົ່ງອອກສິນຄ້າໄດ້ປະຕິບັດຢູ່ 4 ດ່ານ, ເຊິ່ງລວມມີ: ດ່ານສາກົນ ມິດຕະພາບ, ດ່ານ ສາກົນ ດົ່ງດັງ, ດ່ານທ້ອງຖິ່ນ ຈີມາ ແລະ ດ່ານປະເພນີ ເຕິນແທັງ. ໃນ 2 ເດືອນມານີ້, ຈໍານວນລົດບັນທຸກມາດ່ານຊາຍແດນແຫ່ງຕ່າງໆຂອງ ລ້າງເຊີນ ໄດ້ເພີ່ມຂຶ້ນຢ່າງແຮງ ຍ້ອນຈຸດເວລານີ້ແມ່ນລະດູການເກັບກ່ຽວໝາກໄມ້ຫຼາຍຊະນິດຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ. ໃນສະພາບການນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລ້າງເຊີນ ໄດ້ໃຫ້ການໜູນຊ່ວຍເຊື່ອມຕໍ່ການຕະຫຼາດ, ສົ່ງເສີມການການຈຳໜ່າຍໂດຍໄວ, ຂະນະທີ່ຜະລິດຕະພັນຍັງບໍ່ທັນມາຮອດດ່ານ. ຂໍ້ມູນກ່ຽວກັບສະພາບການຜ່ານດ່ານຊາຍແດນຕ່າງໆ ກໍໄດ້ປະຊາສຳພັນເຖິງວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດດ້ວຍຫຼາຍຮູບການ, ຊ່ວຍໃຫ້ເຂົາເຈົ້າໄດ້ເປັນເຈົ້າການໃນການຂົນສົ່ງສິນຄ້າໄປຍັງດ່ານຊາຍແດນ. ທ່ານ ເຈິ່ນດຶກຢາງ, ຫົວໜ້າຫ້ອງການຄຸ້ມຄອງການຄ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ຍາມໃດກໍໃຫ້ການໜູນຊ່ວຍຢ່າງສຸດຂີດ, ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ວິສາຫະກິດສົ່ງອອກ - ນຳເຂົ້າສິນຄ້າຜ່ານດ່ານຊາຍແດນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າສະເໜີໃຫ້ພະແນກອຸດສາຫະກຳ - ການຄ້າແຂວງ, ນະຄອນ, ສະມາຄົມຕ່າງໆທີ່ກ່ຽວຂ້ອງ ຕ້ອງອັບເດດເປັນປະຈຳ ແລະ ກຳແໜ້ນສະພາບການນຳເຂົ້າ - ສົ່ງອອກຢູ່ ລ້າງເຊີນ, ຊີ້ນຳບັນດາຮາກຖານຜະລິດ, ເຂດປູກຝັງປະຕິບັດໃຫ້ຖືກຕາມຂັ້ນຕອນ, ຮູບແບບ, ຮູບການ, ການຫຸ້ມຫໍ່… ຕອບສະໜອງມາດຕະຖານຂອງຕະຫຼາດທີ່ນຳເຂົ້າ”.

ແຂວງ ລ້​າງ​ເຊີນ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ສົດ​ຜ່ານ​ດ່ານ​ຊາຍ​ແດນ - ảnh 1ບັນດາກຳລັງເຈົ້າໜ້າທີ່ເປັນເຈົ້າການສ້າງວິທີໜູນຊ່ວຍຜະລິດຕະພັນກະເສດຜ່ານດ່ານຢ່າງວ່ອງໄວ (ພາບ: VOV)
ຢູ່ເຂດຊາຍແດນ, ບັນດາກຳລັງເຈົ້າໜ້າທີ່ກໍເປັນເຈົ້າການສ້າງວິທີໜູນຊ່ວຍຜະລິດຕະພັນກະເສດຜ່ານດ່ານຢ່າງວ່ອງໄວ. ລົດຂົນສົ່ງໝາກໄມ້ສົດສົ່ງອອກ ໄດ້ໃຫ້ບຸລິມະສິດຜ່ານດ່ານກ່ອນໃນຕອນເຊົ້າ ເພື່ອຮັບປະກັນດ້ານຄຸນນະພາບ. ກຳລັງພາສີ ລ້າງເຊີນ ກໍໄດ້ເອົາໝາກໄມ້ສົດຊະນິດຕ່າງເຂົ້າໃນບັນຊີລາຍຊື່ສິນຄ້າ “ເລນຂຽວ”, ບໍ່ການກວດກາສິນຄ້າຕົວຈິງ ພຽງແຕ່ກວດກາເອກະສານແຈ້ງການຜ່ານດ່ານ, ດັ່ງນັ້ນ ໄດ້ເສຍເວລາພຽງແຕ່ 2 – 5 ນາທີ ສິນຄ້າກໍສາມາດຜ່ານດ່ານໄດ້ແລ້ວ.

ຕາມການສະຖິຕິແລ້ວ, ນັບແຕ່ວັນທີ 15 ພຶດສະພາ ມາຮອດປັດຈຸບັນ ໄດ້ມີລົດບັນທຸກຂົນສົ່ງໝາກໄມ້ສົດກວ່າ 1.500 ຄັນໄດ້ສົ່ງອອກຜ່ານດ່ານ ເຕິນແທງ ດ້ວຍສິນຄ້າຕົ້ນຕໍແມ່ນ  ກວ້ຍ, ໝາກມີ້, ໝາກມວ່ງ, ໝາກລີ່ນຈີ່, ໝາກມັງກອນ… ປັດຈຸບັນ, ຈຳນວນລົດບັນທຸກທີ່ຂົນສົ່ງໝາກໄມ້ສົ່ງອອກຜ່ານບໍລິເວນແຂວງ ລ້າງເຊີນ ທັງໝົດ ແມ່ນກວ່າ 1.700 ຄັນ, ໃນນັ້ນ ລົດຂົນສົ່ງໝາກໄມ້ກວມເອົາປະມານ 67%. ແຂວງ ລ້າງເຊີນ ກໍເປັນເຈົ້າການຈັດການແລກປ່ຽນ, ໂອ້ລົມສົນທະນາກັບບັນດາອົງການເຈົ້າໜ້າທີ່ຂອງແຂວງ ກວາງຕຸງ (ຈີນ) ເພື່ອເຫັນດີເປັນເອກະພາບວິທີການນຳເຂົ້າ - ສົ່ງອອກ, ຊຸກຍູ້ການແລກປ່ຽນການຄ້າ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຜ່ານດ່ານຢູ່ທັງສອງຝ່າຍ. ທ່ານ ຮວ່າງແຄງຢຸຍ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ດົ່ງດັງ - ລ້າງເຊີນ, ໃຫ້ຮູ້ວ່າ:

“ເພື່ອຈຳກັດສະພາວະອຸດຕັນສິນຄ້າ, ຊຸກຍູ້ການເຄື່ອນໄຫວນຳເຂົ້າ - ສົ່ງອອກໃນບໍລິເວນ, ພວກຂ້າພະເຈົ້າ ຈະສືບຕໍ່ເພີ່ມທະວີການແລກປ່ຽນ, ໂອ້ລົມສົນທະນາກັບຝ່າຍ ຈີນ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຕິດຂັດ ຫຼື ເກີດຂຶ້ນໃໝ່ໃຫ້ທັນການ, ຈາກນັ້ນ ເພີ່ມສະມັດຕະພາບການຜ່ານດ່ານ, ພິເສດແມ່ນສຳລັບສິນຄ້າສົ່ງອອກ. ພ້ອມດຽວກັນນັ້ນ, ສືບຕໍ່ສົມທົບກັນເພື່ອຊີ້ນຳບັນດາກຳລັງໃຫ້ປົວແປງຂັ້ນຕອນ, ລະບຽບການຄວບຄຸມກວດກາສຳລັບສິນຄ້າ ແລະ ຜູ້ໂດຍສານ. ເພີ່ມທະວີການກຳແໜ້ນສະພາບການລວມເພື່ອປ້ອງກັນ, ສະກັດກັ້ນການກະທຳທີ່ບໍ່ດີເກີດຂຶ້ນ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງປອດໃສ ແລະ ຈະແຈ້ງ, ຊັດເຈນ”.

ແຂວງ ລ້​າງ​ເຊີນ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ສົດ​ຜ່ານ​ດ່ານ​ຊາຍ​ແດນ - ảnh 2ລ້າງເຊີນ ສ້າງເງື່ອນໄຂສະດວກໃຫ້ແກ່ລົດບັນທຸກຂົນສົ່ງໝາກໄມ້ສົ່ງອອກຜ່ານດ່ານໄວທີ່ສຸດ
ໃນໄລຍະນີ້, ໝາກລີ່ນຈີ່ສົດ ຂອງແຂງ ບັກຢາງ ພວມໃນລະດູເກັບກ່ຽວ ດ້ວຍປະລິມານການຜະລິດຄາດວ່າບັນລຸ 160 – 170 ພັນໂຕນ. ໂດຍປະຕິບັດຕາມຄຳຊີ້ນຳຂອງ ລັດຖະບານ, ແຂວງ ລ້າງເຊີນ ກໍໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ພໍ່ຄ້າແມ່ຄ້າ ຈີນ ເຂົ້າມາ ຫວຽດນາມ ເພື່ອເກັບຊື້ໝາກລີ່ນຈີ່, ແຂວງ ລ້າງເຊີນກໍສ້າງເງື່ອນໄຂຢ່າງສຸດຂີດ. ຮ້ອຍໂທ ຮວ່າງຈ້ອງຂາຍ, ຫົວໜ້າກອງທະຫານຮັບຜິດຊອບລະບຽບການ ປ້ອມທະຫານປ້ອງກັນຊາຍແດນດ່ານ ສາກົນ ມິດຕະພາບ, ໃຫ້ຮູ້ວ່າ:

"ພວກຂ້າພະເຈົ້າຍາມໃດກໍ່ສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ນັກຊ່ຽວຊານ, ຜູ້ອອກແຮງງານທີ່ເປັນມືອາຊີບ, ພໍ່ຄ້າແມ່ຄ້າຂອງ ຈີນ ເຂົ້າມາ ຫວຽດນາມ ເກັບຊື້ຜະລິດຕະພັນກະເສດ. ໃນໄລຍະເຮັດລະບຽບການ, ພວກຂ້າພະເຈົ້າກໍ່ສ້າງເງື່ອນໄຂສະດວກທີ່ສຸດ ເຮັດແນວໃດເພື່ອໃຫ້ເຂົາເຈົ້າສຳເລັດຂັ້ນຕອນເຂົ້າເມືອງໄວທີ່ສຸດ”.

ໃນໄລຍະນີ້, ການເຄື່ອນໄຫວສົ່ງອອກລະຫວ່າງ ຫວຽດນາມ ແລະ ຈີນ ຍັງປະສົບກັບຄວາມຫຍຸ້ງຍາກຈຳນວນໃດໜຶ່ງ, ຍ້ອນຝ່າຍ ຈີນ ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ. ແຕ່ບັນດາກຳລັງທີ່ມີໜ້າທີ່ຢູ່ແຂວງ ລ້າງເຊີນ ໄດ້ເປັນເຈົ້າການຜັນຂະຫຍາຍປະຕິບັດມາດຕະການຕ່າງໆຢ່າງມີໄຫວພິບ ເພື່ອສ້າງເງື່ອນໄຂໃຫ້ແກ່ລົນຂົນສົ່ງໝາກໄມ້ສົດສົ່ງອອກໄດ້ຜ່ານດ່ານຢ່າງວ່ອງໄວທີ່ສຸດ, ຊ່ວຍໃຫ້ທ້ອງຖິ່ນຕ່າງໃນທົ່ວປະເທດຈຳໜ່າຍໝາກໄມ້ສົດໃນໄລຍະນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ