ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເດີນ​ທາງ​ໄປ​ ອັງ​ກິດ ເຂົ້າ​ຮ່ວມ​ພິ​ທີຂຶ້ນ​ຄອງ​ລາຊະ​ບັນ​ລັງ ເຈົ້າ​ຊີ​ວິດ ອັງ​ກິດ Charles III

(VOVWORLD) -ການເດີນທາງຂອງປະທານປະເທດ ປະເທດ ຫວຽດນາມ ໃນຄັ້ງນີ້ ແມ່ນການເຄື່ອນໄຫວຕ່າງປະເທດລະດັບສູງ ທີ່ມີຄວາມໝາຍສຳຄັນ, ຢັ້ງຢືນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເດີນ​ທາງ​ໄປ​ ອັງ​ກິດ ເຂົ້າ​ຮ່ວມ​ພິ​ທີຂຶ້ນ​ຄອງ​ລາຊະ​ບັນ​ລັງ ເຈົ້າ​ຊີ​ວິດ ອັງ​ກິດ  Charles III - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບປະກອບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງພະບໍລົມວົງສານຸວົງ ສະຫະ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ຕອນເຊົ້າວັນທີ 4 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຍັງປະເທດ ອັງກິດ ເພື່ອເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງ ຂອງເຈົ້າຊີວິດອັງກິດ Charles III. ການເດີນທາງຂອງປະທານປະເທດ ປະເທດ ຫວຽດນາມ ໃນຄັ້ງນີ້ ແມ່ນການເຄື່ອນໄຫວຕ່າງປະເທດລະດັບສູງ ທີ່ມີຄວາມໝາຍສຳຄັນ, ຢັ້ງຢືນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ. ພ້ອມທັງແມ່ນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ຄຳສັ່ງຂອງຄະນະເລຂາກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ເລື່ອງທ່ານປະທານປະເທດເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ ອັງກິດ ໄດ້ສະແດງໃຫ້ເຫັນເລື່ອງ ຫວຽດນາມ ຖື ພະບໍລົມວົງສານຸວົງ ອັງກິດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເປັນສຳຄັນ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ຫງວຽນຮວ່າງລອງ ແລ້ວ, ນີ້ແມ່ນການຢ້ຽມຢາມລາຊະອານາຈັກ ອັງກິດ ຄັ້ງທີ 2 ຂອງປະທານປະເທດ ຫວຽດນາມ ພາຍຫຼັງ ເກືອບ 2 ທົດສະວັດ, ໃນສະພາບການພົວພັນສອງປະເທດ ຫວຽດນາມ ແລະ ອັງກິດ ພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. ປີ 2023 ນີ້, ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ (1973 – 2023) ດ້ວຍກິດຈະກຳທີ່ມີຄວາມໝາຍ ແລະ ອຸດດົມສົມບູນຫຼາຍຢ່າງ ຢູ່ຫຼາຍເຂດພາກໃນທົ່ວປະເທດ ຫວຽດນາມ ແລະ ລາຊະອານາຈັກອັງກິດ.

Feedback

Others