ກວາງນິງ: ເຊື່ອມຕໍ່ປະຊາຄົມ - ໄປລັດໜ້າເຕັກໂນໂລຊີ

(VOVWORLD) - ດ້ວຍຈຸດໝາຍເຊື່ອມຕໍ່ປະຊາຄົມວິສາຫະກິດ, ກຳແໜ້ນ ແລະ ນຳທັນບັນດາທ່າອ່ຽງເຕັກໂນໂລຊີຂໍ້ມູນຂ່າວສານໃນຍຸກສະໄໝ 4.0, ວັນທີ 25 ເມສາ, ສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານແຂວງ ກ໋ວາງນິງ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ໄປລັດໜ້າເຕັກໂນໂລຊີໃນອະນາຄົດ”.

        ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານຢູ່ແຂວງ ກວາງນິງ ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການເລີ່ມຕົ້ນທຸລະກິດເຕັກໂນໂລຊີສູງ, ທ່ານ ດິງສີງວຽນ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານ ກ໋ວາງນິງ ໃຫ້ຮູ້ວ່າ:

        ແຂວງ ກວາງນິງ ກຳລັງຊີ້ນຳສ້າງເຂດສວນສາທາລະນະຊອັບແວລວມສູນ. ນີ້ຈະແມ່ນພື້ນຖານ, ດ້ວຍບັນດາກົນໄກນະໂຍບາຍເປັນເອກະລັກສະເພາະ ຈະດຶງດູດບັນດາວິສາຫະກິດທີ່ມີທ່າແຮງກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງພາຍໃນປະເທດ ແລະ ສາກົນ, ແລະ ດຶງດູດທັງຊັບພະຍາກອນມະນຸດ, ວິສາຫະກິດເຕັກໂນໂລຊີໃນບໍລິເວນແຂວງເຂົ້າເຄື່ອນໄຫວ, ແບ່ງປັນນຳກັນ ແລະ ສ້າງຂະບວນການ start up ໃນຈຸດເວລາການປະຕິວັດ 4.0.

Feedback

Others