ກະຊວງການຕ່າງປະເທດຫວຽດນາມອອກສຽງຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 5 ທັນວາ ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນທີ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ຜັນຂະຫຍາຍບານລູນອາກາດສຳຫລວດຢູ່ ເກາະຫີນ ແວ່ງຄັນ ທະເລຕະເວັນອອກ ແລະ ເລື່ອງກຳປັ່ນຕຳຫລວດທະເລຂອງຈີນ ເຄື່ອນໄຫວຢູ່ ທະເລຕາເວັນອອກໃນວັນທີ 29 ພະຈິກ, 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ມີພື້ນຖານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຫວຽດນາມຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ສະເຫນີບັນດາຝ່າຍກ່ຽວຂ້ອງເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງຫວຽດນາມ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ ແລະ ມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ສ້າງສາ, ຮັກສາຄວາມສະຫງົບປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນຢູ່ທະເລຕາເວັນອອກ.

ກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງເລື່ອງກຳປັ່ນຂອງຈີນ ໄປເຂົ້າເຂດທະເລ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຈະເກັບກຳຂໍ້ມູນຂ່າວ. ທຸກການເຄື່ອນໄຫວຢູ່ເຂດທະເລຫວຽດນາມ ຕ້ອງເຄົາລົບບັນດາຂໍ້ກຳນົດຂອງ UNCLOS 1982 ແລະ ບັນດາຂໍ້ກຳນົດກ່ຽວຂ້ອງຂອງຫວຽດນາມ.

Feedback

Others