ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ

(VOVWORLD) -  ຕອນບ່າຍວັນທີ 28 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Umeda Kunio ແລະ ທ່ານ Iwamura Yasutsugu ຜູ້ອຳນວຍການໃຫຍ່ Aeon Mall ຫວຽດນາມ.
ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ  Iwamura Yasutsugu, ຜູ້ອຳນວຍການໃຫຍ່ບໍລິສັດ Aeon Mall ຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ, ໃນນັ້ນ ມີ Aeon. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂດີກ່ວາໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ທ່ານ Iwamura Yasutsugu ແລະ ກຸ່ມບໍລິສັດ Aeon ສືບຕໍ່ຊຸກຍູ້ບາງເນື້ອໃນການຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຄວນສືບຕໍ່ເປີດກ້ວາງການລົງທຶນ, ດຳເນີນທຸລະກິດ; ກໍ່ສ້າງບັນດາສູນການຄ້າຂອງ Aeon.

        ສ່ວນທ່ານເອກອັກຄະລັດຖະທູດ Umeda Kunio ຢັ້ງຢືນວ່າ: ຫວຽດນາມ ມີບົດບາດສຳຄັນທີ່ສຸດໃນຍຸດທະສາດການນຳເນີນທຸລະກິດຂອງບັນດາກຸ່ມບໍລິສັດເສດຖະກິດ ຍີ່ປຸ່ນ, ໃນນັ້ນມີ Aeon. ທ່ານ Umeda Kunio ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາກຸ່ມບໍລິສັດຂອງ ຍີ່ປຸ່ນ ໃນການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ນັບມື້ນັບມີປະສິດທິຜົນກ່ວາ.

Feedback

Others