ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫລຸດ​ຜ່ອນ​ກຳ​ລັງ​ທັບ​ຢູ່​ເຊີ​ແນວ

(VOVWORLD) -ໃນລະຫວ່າງວັນທີ 20-21 ກຸມພາ, ຢູ່ສຳນັກງານ ສປຊ ທີ່ເຊີແນວ ປະເທດສະວິດ, ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນ ຢູ່ເຊີແນວ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດ ໃນຂອບເຂດກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ປີ 2020.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫລຸດ​ຜ່ອນ​ກຳ​ລັງ​ທັບ​ຢູ່​ເຊີ​ແນວ - ảnh 1

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກ່າວຄຳເຫັນທີ່ກອງປະຊຸມ ວັນທີ 21/2

(ພາບ: http:// baoquocte.vn)

    ໃນບົດກ່າວຄຳເຫັນທີ່ກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ຈັດຂຶ້ນໃນວັນທີ 21 ກຸມພາ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ສະແດງຄວາມຫວັງວ່າ ກອງປະຊຸມຈະບັນລຸໄດ້ບັນດາຄວາມຄືບໜ້າທີ່ສຳຄັນໃນປີ 2020. ເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດ ຊື່ງຍາມໃດກໍ່ຖືການຮ່ວມມືຫຼາຍຝ່າຍເປັນສຳຄັນນັ້ນ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເນັ້ນໜັກວ່າ: ດ້ວຍບົດບາດເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມພ້ອມກັບບັນດາສະມາຊິກຂອງ ສປຊ ຊຸກຍູ້ສັນຕິພາບແບບຍືນຍົງ, ພ້ອມກັນນັ້ນ, ໃນບົດບາດເປັນປະທານອາຊຽນປີ 2020, ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອາຊຽນ ແລະ ກອງປະຊຸມຫລຸດຜ່ອນກຳລັງທັບ (CD)   ກໍຄືບັນດາເວທີປາໄສຂອງ ສປຊ.

   ກ່ອນໜ້ານັ້ນ, ໃນວັນທີ 20 ກຸມພາ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ທ່ານ Carlos Mario ເອກອັກຄະລັດຖະທູດອັກຊັງຕິນ, ປະທານຜັດປ່ຽນທີ 2 ປີ 2020 ຂອງກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ໃນຂອບເຂດກອງປະຊຸມຫລຸດຜ່ອນກຳລັງທັບ (CD), ພິເສດແມ່ນຫວຽດນາມ ໄດ້ປະຕິບັດບົດບາດປະທານກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ໃນປີ 2019 ເປັນຢ່າງດີ. 

   ສ່ວນທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບປະທານກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ປີ 2020 ແລະ ບັນດາປະເທດສະມາຊິກ ປະກອບສ່ວນເຂົ້າໃນວຽກງານຂອງກອງປະຊຸມຫລຸດຜ່ອນກຳລັງທັບ (CD)  ເພື່ອແນໃສ່ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.


Feedback

Others