ໂດຍຕັ້ງຢູ່ແຄມແມ່ນ້ຳກາຍ, ໝູ່ບ້ານອາຊີບ ກວາງດຶກ, ແຂວງ ດັກລັກ ໄດ້ເກັບຮັກສາຮ່ອງຮອຍຂອງໝູ່ບ້ານອາຊີບທີ່ໄດ້ຄົງຕົວຜ່ານຫຼາຍສະຕະວັດ. ບັນດາເຕົາເຜົາເກົ່າ, ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຍັງໄດ້ສືບທອດກັນມາໃນບັນດາຄອບຄົວ ແລະ ພິເສດແມ່ນຊັ້ນເຄືອບທີ່ຕິດດ້ວຍເປືອກຫອຍແຄງ ໄດ້ປະກອບສ່ວນເຮັດໃຫ້ຮູ້ໄດ້ເລີຍວ່າເປັນຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍເຂດດິນແດນ ຝູອຽນ ໃນເມື່ອກ່ອນ. ປະຈຸບັນ, ອາຊີບຜະລິດເຄື່ອງປັ້ນດິນເຜົາໄດ້ຖືກຫາຍສາບສູນໄປແລ້ວ, ຫຼາຍເຕັກນິກບໍ່ໄດ້ສືບທອດກັນຕໍ່ອີກ ແຕ່ເລື່ອງລາວກ່ຽວກັບໝູ່ບ້ານອາຊີບແຫ່ງໜຶ່ງທີ່ເຄີຍຕິດພັນກັບຊີວິດ ແລະ ພົວພັນແລກປ່ຽນຄ້າຂາຍຂອງຊາວເຂດພາກກາງ ຫວຽດນາມ ຍັງຄົງມີຄຸນຄ່າເໝືອນເດີມ.
ກວາງດຶກ ແມ່ນເຂດບ້ານເກົ່າແກ່ຢູ່ເຂດລຸ່ມແມ່ນ້ຳກາຍ ໄດ້ຮັບການສ້າງຕັ້ງຂຶ້ນໃນວິວັດການບຸກເບີກ, ເປີດກ້ວາງເຂດດິນແດນ ຝູອຽນ ເມື່ອທ້າຍສັດຕະວັດທີ 16, ຕົ້ນສັດຕະວັດທີ 17. ທີ່ຕັ້ງນັ້ນ ໄດ້ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວບ້ານມາຕັ້ງຖີ່ນຖານຄົງທີ່, ແລກປ່ຽນຄ້າຂາຍ ແລະ ສ້າງບັນດາອາຊີບຫັດຖະກຳ. ໃນນັ້ນມີອາຊີບຕ່ຳແຜ່ນແພໄໝ ແລະ ອາຊີບຜະລິດເຄື່ອງປັ້ນດິນເຜົາ. ມາຮອດປະຈຸບັນ, ຮ່ອງຮອຍຂອງເຂດໝູ່ບ້ານອາຊີບຍັງຄົງໄດ້ປະກົດໃນຄວາມຊົງຈຳຂອງບັນດາຄອບຄົວທີ່ມີຫຼາຍລຸ້ນຄົນເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ:
ແມ່ຍ່າຂອງຂ້າພະເຈົ້າເລົ່າສູ່ຟັງວ່າ ເມື່ອກ່ອນຢູ່ໝູ່ບ້ານແຫ່ງນີ້ ຊາວບ້ານສ່ວນຫຼາຍແມ່ນໄດ້ຜະລິດເຄື່ອງປັ້ນດິນເຜົາດ້ວຍບັນດາຜະລິດຕະພັນຄື: ໄຫ, ຊາມ, ບ່ວງ…ຫຼາຍທີ່ສຸດເລີຍ. ອ້າຍເອື້ອຍນ້ອງ, ຍາດຕິພີ່ນ້ອງໃນໝູ່ບ້ານເກືອບທັງໝົດໄດ້ເຮັດເຄື່ອງປັ້ນດິນເຜົາ.
ຕາມບັນດາການຄົ້ນຄ້ວາປະຫວັດສາດ ແລະ ບູຮານຄະດີ, ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ ກວາງດຶກ ໄດ້ຄົງຕົວນັບແຕ່ສັດຕະວັດທີ 17 ຮອດທ້າຍສັດຕະວັດທີ 20. ສຳລັບບັນດານັກຄົ້ນຄ້ວາ, ຄຸນຄ່າຂອງ ກວາງດຶກ ຍັງນອນຢູ່ບັນດາຮ່ອງຮອຍຂອງໝູ່ບ້ານອາຊີບບູຮານແຫ່ງໜຶ່ງ. ທ່ານ ຫງວຽນແຢັງແຮ້ງ ນັກຄົ້ນຄ້ວາປະຫວັດສາດ-ວັດທະນະທຳ ໃຫ້ຮູ້ວ່າ:
ເມື່ອສຳຫຼວດຢູ່ໝູ່ບ້ານ ກວາງດຶກ ກໍ່ເຫັນວ່າ ຍັງມີຫຼາຍຮ່ອງຮອຍຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ມີມາແຕ່ດົນນານ. ພິເສດ, ຢູ່ຕີນພູຍັງມີເຂດເດີ່ນວັດຖຸພັນເສດເຫຼືອຈຳນວນຫຼາຍ. ໃນຊຸມປີກ່ອນໆ, ກ່ອນນີ້ປະມານແຕ່ 10-15 ປີ, ເມື່ອມາສຳຫຼວດຢູ່ໝູ່ບ້ານ ກວາງດຶກ, ພວກຂ້າພະເຈົ້າຍັງເຫັນຮ່ອງຮອຍຂອງເຕົາເຜົາດິນມີຮູບກະດອງເຕົ່າ. ນັ້ນແມ່ນຮູບແບບເຕົາເຜົາເກົ່າແກ່ທີ່ສຸດ.
ບັນດາເຂດເດີ່ນເຄື່ອງປັ້ນດິນເຜົາເສດເຫຼືອ, ຮ່ອງຮອຍເຕົາເຜົາ ແລະ ບັນດາປ່ຽງຜະລິດຕະພັນນອນໃຕ້ດິນ ໄດ້ກາຍເປັນ “ໜ້າປະຫວັດສາດ” ພິເສດ. ຜ່ານນັ້ນ, ບັນດານັກຄົ້ນຄ້ວາຈະສາມາດຊອກຮູ້ໄດ້ວິວັດທະນາການສ້າງຕັ້ງ, ພັດທະນາ ແລະ ຜັນແປຂອງອາຊີບຫັດຖະກຳທີ່ຕິດພັນກັບ ປຊຊ ເຂດລຸ່ມແມ່ນ້ຳກາຍ. ທ່ານ ສາດສະດາຈານ, ປະລິນຍາເອກ ຫງວຽນວັນກີມ, ຮອງປະທານສະພາມໍລະດົກແຫ່ງຊາດ ຫວຽດນາມ ຖືວ່າ: ຄຸນຄ່າທີ່ໜ້າສົນໃຈຂອງເຄື່ອງປັ້ນດິນເຜົາ ກວາງດຶກ ແມ່ນນອນໃນການປະສານສົມທົບລະຫວ່າງວັດຖຸພັນຂອງທ້ອງຖິ່ນ ແລະ ກຳລັງປະດິດຄິດສ້າງຂອງນາຍຊ່າງ:
ຈຸພິເສດສະເພາະຂອງເຄື່ອງປັ້ນດິນເຜົາ ກວາງດຶກ ແມ່ນບັນດາຄຸນຄ່າທີ່ມີລັກສະນະທ້ອງຖິ່ນ, ຈິດໃຈປະດິດຄິດສ້າງ, ຕິດພັນກັບວິວັດການບຸກເບີກຂອງເຂດດິນແດນພາກໃຕ້ ຂອງບັນດາເຈົ້າຊີວິດ ຫງວຽນ ແຕ່ລະຍຸກຢູ່ເຂດພາກກາງ ຫວຽດນາມ. ພິເສດແມ່ນການນຳໃຊ້ບັນດາວັດຖຸພັນຂອງທ້ອງຖິ່ນ, ຂອງເຂດດິນຕໍ່ແຜ່ນ, ຂອງທະເລ, ຂອງໄຟ ແລະ ລົມ, ພ້ອມກັບຄວາມປະດິດຄິດສ້າງຂອງມະນຸດ ເພື່ອສ້າງເປັນຜະລິດຕະພັນ ເຄື່ອງປັ້ນດິນເຜົາ, ດິນເຄືອບ. ເລື່ອງນຳໃຊ້ຫອຍແຄງເພື່ອສ້າງເປັນຜະລິດຕະພັນ ໄດ້ເຮັດໃຫ້ແຕ່ລະຜະລິດຕະພັນມີຄຸນຄ່າດ້ານສິລະປະສະເພາະ. ນີ້ແມ່ນໜຶ່ງໃນບັນດາຄຸນຄ່າພິເສດສະເພາະຂອງເຄື່ອງປັ້ນດິນເຜົາ ກວາງດຶກ.
ໃນບັນດາສິ່ງທີ່ບົ່ງບອກເພື່ອຮູ້ໄດ້ເຖິງເຄື່ອງປັ້ນດິນເຜົາ ກວງາງດຶກ ແມ່ນຊັ້ນເຄືອບທີ່ມີຮອຍຂອງເປືອກຫອຍແຄງ ໂດຍໄດ້ຮັບຄວາມສົນໃຈເປັນພິເສດຈາກບັນດານັກຄົ້ນຄ້ວາ. ນີ້ແມ່ນຈຸດພິເສດທີ່ຕິດພັນກັບເຕັກນິກການຜະລິດ ແລະ ແຫຼ່ງວັດຖຸພັນຂອງທ້ອງຖິ່ນ, ປະກອບສ່ວນສ້າງເປັນໂສມໜ້າສະເພາະຂອງກະແສເຄື່ອງປັ້ນດິນເຜົານີ້ ໃນການຄົ້ນຄ້ວາເຄື່ອງປັ້ນດິນເຜົາ ດິນເຄືອບຂອງ ຫວຽດນາມ.
ທ່ານຮອງສາດສະດາຈານ, ປະລິນຍາເອກ ດັ້ງວັນຖັງ, ຫົວໜ້າພະແນກບູຮານຄະດີວິທະຍາ, ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈິມິນ ຖືວ່າ: ຕ້ອງສືບຕໍ່ຄົ້ນຄ້ວາເຂດເຕົາເຜົາຢ່າງລະອຽດ ເພື່ອຢັ້ງຢືນໄລຍະປີຜະລິດ, ເຕັກນິກການຜະລິດ ແລະ ສ່ວນປະກອບຂອງວັດຖຸພັນ:
ກ່ອນອື່ນໝົດຕ້ອງດຳເນີນການສຳຫຼວດ, ເອົາຕົວຢ່າງເຂດເຕົາເຜົາຢ່າງລະອຽດເພື່ອຢັ້ງຢືນກ່ຽວກັບໄລຍະເວລາ, ຍຸກສະໄໝ. ທີສອງແມ່ນດ້ວຍວິທະຍາສາດເຕັກນິກ ເພື່ອວິເຄາະທາດເຄືອບຫອຍແຄງໄດ້ເຮັດຄືແນວໃດ, ດິນຄືແນວໃດ ເພື່ອໃນອະນາຄົດຈະສາມາດຊ່ວຍ ປຊຊ ຊອກຫາປະເພດດິນນັ້ນໄດ້ຄືນ ແລະ ຟື້ນຟູອາຊີບນີ້.
ໃນແຜນຮ່າງການກໍ່ສ້າງສວນທໍລະນີສາດ ຝູອຽນ ມຸ່ງໄປເຖິງນາມມະຍົດສວນທໍລະນີສາດທົ່ວໂລກ UNESCO, ບັນດານັກຊ່ຽວຊານສະເໜີນຳເຄື່ອງປັ້ນດິນເຜົາ ກວາງດຶກ ເຂົ້າໃນລະບົບມໍລະດົກວັດທະນະທຳ. ຈາກດິນ, ໄຟ ແລະ ສີມືຂອງນາຍຊ່າງ, ເຄື່ອງປັ້ນດິນເຜົາ ກວງາງດຶກ ໄດ້ກາຍເປັນສ່ວນໜຶ່ງໃນຄວາມຊົງຈຳຂອງ ປຊຊ ທີ່ດຳລົງຊີວິດຢູ່ແຄມແມ່ນ້ຳກາຍ. ບັນດາຮ່ອງຮອຍທີ່ຍັງມີຢູ່ໃນປະຈຸບັນ ບໍ່ພຽງແຕ່ໄດ້ເລົ່າເລື່ອງລາວກ່ຽວກັບໝູ່ບ້ານອາຊີບຫັດຖະກຳທີ່ໄດ້ຜ່ານການເວລານັບຫຼາຍໆປີເທົ່ານັ້ນ, ຫາກຍັງໄດ້ເກັບຮັກສາສ່ວນໜຶ່ງປະຫວັດສາດວັດທະນະທຳຂອງເຂດດິນແດນ ຝູອຽນ ເກົ່າ ອີກດ້ວຍ ຊື່ງແມ່ນບັນດາຄຸນຄ່າທີ່ພວມໄດ້ຊອກຫາຄືນໃໝ່, ອະນຸລັກຮັກສາ ແລະ ສືບທອດໃຫ້ແກ່ລຸ້ນຫຼັງ./.
