ເສັ້ນທາງເຂົ້າສູ່ບ້ານລຽບຍາວຕາມຝັ່ງທະເລທີ່ເຕັມໄປດ້ວຍແສງແດດ. ເບື້ອງໜຶ່ງແມ່ນ ມະຫາສະໝຸດສີຂຽວເຂັ້ມສຸດສາຍຕາ ອີກເບື້ອງໜຶ່ງແມ່ນໝູ່ບ້ານນ້ອຍທີ່ສະຫງົບສຸກ ຊ້ອນຕົວຢູ່ໃຕ້ເງົາຮົ່ມຕົ້ນໝາກພ້າວ. ບ່ອນນີ້ບໍ່ຟົດບໍ່ວົນ, ບໍ່ຄຶກຄື້ນຄືການດຳລົງຊີວິດໃນຕົວເມືອງ ມີແຕ່ສຽງລົມທະເລພັດສວດສາດ ກັບສຽງເດັກນ້ອຍເອີ້ນຫາກັນຕາມຮ່ອມນ້ອຍ.

ໃນຊຸມປີມໍ່ໆມານີ້, ມີຫຼາຍຄອບຄົວໃນບ້ານໄດ້ປັບປຸງເຮືອນຂອງຕົນເພື່ອເຮັດເປັນ ໂຮມສະເຕ, ເປີດຮ້ານອາຫານນ້ອຍ ຫຼື ຈັດກິດຈະກຳໃຫ້ນັກທ່ອງທ່ຽວໄດ້ສຳຜັດວິຖີຊີວິດ. ສິ່ງທີ່ໜ້າຊົມເຊີຍຄື ຊາວບ້ານມຸ່ງໝັ້ນພັດທະນາບ້ານໃຫ້ກາຍເປັນຮູບແບບການທ່ອງທ່ຽວຊຸມຊົນແບບຍືນຍົງ ພ້ອມທັງຮັກສາເອກະລັກສະເພາະຂອງໝູ່ບ້ານຊາວປະມົງແຄມຝັ່ງທະເລ.

ທ້າວ ຫຼິວ ບາ ເຟືອກ, ຄົນຕາແສງຮວ່າຮຽບ ແຂວງດັກລັກ ໃຫ້ຮູ້ວ່າ:

"ເຂດດິນແດນມີຈຸດໂດດເດັ່ນອັນໃດ ເຮົາຕ້ອງເຮັດໃຫ້ນັກທ່ອງທ່ຽວຮູ້ສຶກໄດ້ເຖິງຄວາມສະຫງົບສຸກຂອງໝູ່ບ້ານຢູ່ຊົນນະບົດ, ສິ່ງຫຼັກໆຂອງໝູ່ບ້ານຢູ່ຊົນນະບົດ, ທິວທັດທະເລ ແລະ ອາຫານທະເລສົດ. ເມື່ອນັກທ່ອງທ່ຽວມີຄວາມຮູ້ສຶກທີ່ດີ ເຮົາເອງກໍຮູ້ສຶກດີໃຈ".

ຢູ່ບ້ານລໍ່, ການທ່ອງທ່ຽວຊຸມຊົນບໍ່ພຽງແຕ່ເປັນການໃຫ້ບໍລິການເທົ່ານັ້ນ ຫາກຍັງ ເປັນເລື່ອງລາວແຫ່ງຄວາມສຳພັນໄມຕີລະຫວ່າງຄົນກັບຄົນ. ນັກທ່ອງທ່ຽວມາຮອດບ້ານ ບໍ່ພຽງແຕ່ເປັນຜູ້ມາຢ້ຽມຊົມເທົ່ານັ້ນ ຫາກຍັງກາຍເປັນພາກສ່ວນໜຶ່ງທີ່ດຳລົງຊີວິດຮ່ວມກັບ ຊາວບ້ານ. ເຂົາເຈົ້າໄດ້ຮ່ວມຮັບປະທານອາຫານກັບຊາວປະມົງ, ຮ່ວມລາກ ອວນ (ແຫ) ໃນຍາມຮຸ່ງອາລຸນ ແລະ ຮ່ວມຮັບຟັງການຂັບບາຍຈ່ອຍ, ຂັບໂບ້ຍ ກັບບັນດານັກສິນລະປະການໃນບ້ານ.

ເພື່ອນ ຟ້າມ ຢຸຍ ເຕິນ ມາຈາກແຂວງດົ່ງນາຍ ແບ່ງປັັນວ່າ:

"ນ້ອງຍັງຈະກັບມາບ່ອນນີ້ອີກຫຼາຍເທື່ອ. ຜູ້ຄົນ ແລະ ບັນຍາກາດຢູ່ນີ້ເປັນກັນເອງ ຫຼາຍ. ທິວທັດທະເລກໍງົດງາມຫຼາຍ. ເຮົາກໍ່ໄປຕະຫຼາດ ແລະ ເຫັນເຮືອປະມົງນຳປາກັບເຂົ້າຝັ່ງ ເຊິ່ງເປັນພາບທີ່ນ້ອງບໍ່ເຄີຍເຫັນມາກ່ອນ. ວິທີການຊື້ຂາຍ ແລະ ການໂອ້ລົມກັນຂອງພວກເຂົາເປັນໜ້າຈັບໃຈຫຼາຍ".

ຫຼາຍຮ້ອຍປີຜ່ານມາ, ຊາວບ້ານຍັງຄົງອະນຸລັກ ແລະ ສືບສານພິທີຂໍການຫາປາ (ເຫຼື້ອມໃສບູຊາພະ ນາມຫາຍ), ອາຊີບເຮັດນ້ຳປາແບບດັ້ງເດີມ ແລະ ອາຊີບສານອວນ... ການຂຸດຄົ້ນບັນດາຄຸນຄ່າດ້ານວັດທະນະທຳ, ທິວທັດ ແລະ ອາຊີບດັ້ງເດີມ ໄດ້ຄ່ອຍໆສ້າງເປັນ ຜະລິດຕະພັນແຫ່ງການທ່ອງທ່ຽວຕົວຈິງທີ່ຕິດພັນກັບວິຖີຊາວປະມົງຢ່າງແໜ້ນແຟ້ນ.

ທ່ານ ເຢືອງ ວັນ ດົງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງຮວ່າຮຽບ ແຂວງ ດັກລັກ ໄດ້ກ່າວວ່າ:

"ພວກເຮົາສຸມໃສ່ການໂຄສະນາເຜີຍແຜ່ ແລະ ກຳນົດທິດທາງໃຫ້ແກ່ບັນດາຮາກຖານດຳເນີນທຸລະກິດເຮັດການທ່ອງທ່ຽວ ພ້ອມທັງຊາວປະມົງໃນທ້ອງຖິ່ນຮ່ວມກັນຮັກສາສະຖາປັດຕະຍະກຳອັນເປັນເອກະລັກສະເພາະຂອງບ້ານ. ພວກເຮົາຍັງສົມທົບກັບຜູ້ສູງອາຍຸ ແລະ ຜູ້ທີ່ຮູ້ດ້ານງານບຸນປະເພນີ ເຊັ່ນ ບຸນຂໍການຫາປາ, ບຸນຊ່ວງເຮືອ ແລະ ການຂັບບາຈ້າວ ເພື່ອແນະນຳຖ່າຍທອດປະສົບການ ແລະ ຟື້ນຟູພິທີກຳດັ້ງເດີມ ເພື່ອຮັບໃຊ້ການທ່ອງທ່ຽວ".

ຫວ່າງມໍ່ໆມານີ້, ບ້ານລໍ່ ໄດ້ຮັບການຄັດເລືອກຈາກກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ໃຫ້ເປັນ 1 ໃນ 5 ຕົວແທນຂອງ ຫວຽດນາມ ເຂົ້າຮ່ວມຊິງລາງວັນ "ໝູ່ບ້ານທ່ອງທ່ຽວທີ່ດີທີ່ສຸດໃນໂລກ" ປີ 2026 ໂດຍອົງການສະຫະປະຊາຊາດເພື່ອການທ່ອງທ່ຽວ (UN Tourism) ຈັດຂຶ້ນ.

ທ່ານ ເລ ຟຸກ ລອງ, ຮອງຜູ້ອຳນວຍການພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງດັກລັກ ກ່າວວ່າ:

"ຫວັງວ່າ ເອກະສານສະເໜີຂອງບ້ານລໍ່ ຈະຜ່ານການພິຈາລະນາ ແລະ ໄດ້ຮັບການຮັບຮອງເອົາຈາກອົງການ UN Tourism. ນາມມະຍົດດັ່ງກ່າວຈະເປັນພື້ນຖານອັນສຳຄັນໃນການພັດທະນາຮູບແບບການທ່ອງທ່ຽວຊຸມຊົນເຂດຝັ່ງທະເລຂອງແຂວງດັກລັກ. ເມື່ອໄດ້ຮັບການຮັບຮອງແລ້ວ ນີ້ຈະກາຍເປັນເຄື່ອງໝາຍການຄ້າທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼາຍ ຄືກັນກັບບ້ານ ໂລ ໂລ ຈ່າຍ ຂອງແຂວງຮ່າຢາງ".

ໃນປັດຈຸບັນ ບ້ານລໍ່ ກຳລັງເລືອກເອົາເສັ້ນທາງການພັດທະນາຕາມທິດຄ່ອຍເປັນຄ່ອຍໄປ ແຕ່ມີຄວາມຍືນຍົງ, ທັງພັດທະນາການທ່ອງທ່ຽວຊຸມຊົນທັງຮັກສາຄວາມສະຫງົບສຸກ, ປະຖົມປະຖານຂອງໝູ່ບ້ານຊາວປະມົງແຄມຝັ່ງທະເລໄວ້. ປະຊາຊົນບໍ່ພຽງແຕ່ອອກເຮືອ ຫາປາໃນທະເລແລ້ວ ຫາກຍັງຮ່ວມກັນພັດທະນາການທ່ອງທ່ຽວ ເພື່ອອະນຸລັກຮັກສາ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳທິ່ເປັນມູນເຊຶື້ອຂອງບ້ານເກີດເມືອງນອນອີກດ້ວຍ./.