ແຜນ​ກຳ​ນົດ​ແຂວງ​ກວ໋າງ​ນິງ ​ໄລ​ຍ​ະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050 ໄດ້​ຮັບການຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 4 ທີ່​ດຳ​ເນີນ​ໃນ​ວັນ​ທີ 16 ມິ​ຖຸ​ນາ ຈະ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ຂອງ​ທ້ອງ​ຖິ່ນ​ເມື່ອ​ໄດ້ສຳເລັດການສັບ​ຊ້ອນ​ບັນ​ດາ​ຫົວ​ໜ່ວຍ​ບໍ​ລິ​ຫານ, ວິ​ວັດ​ການ​ດຳ​ເນີນ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນສອງ​ຂັ້ນ​ເປັນ​ປົກ​ກະ​ຕິ​ເທື່ອ​ລະ​ກ້າວ. ຕາມ​ທ່ານ ກວານ​ມິງ​ເກື່ອງ ເລ​ຂາ​ຄະ​ນະ​ພັກ​ແຂວງ​ແລ້ວ, ການ​ປັບ​​ປຸງ​ແຜນ​ກຳ​ນົດ​ແຂວງ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050 ແມ່ນເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ​ດ້ວຍ​​ແຜນ​ກຳ​ນົດ​ສັງ​ລວມ​ແຫ່ງ​ຊາດ, ບັນ​ດາ​ແຜນ​ກຳ​ນົດ​ເຂດ ແລະ​ແຜນ​ກຳ​ນົດ​ຂະ​ແໜງ, ພ້ອມ​ທັງ​ຕອບ​ສະ​ໜອງ​ຄວາມຕ້ອງ​ການພັດທະນາເສດຖະກິດ​ - ສັງຄົມໃນໄລຍະໃໝ່, ​ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ຖາ​ນະ​ບົດ​ບາດ​ຂອງ​ແຂວງ​ກວາງ​ນິງ ໃນເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແລະ ໃນ​ທົ່ວ​ປະ​ເທດ​ໃຫ້ຫຼາຍທີ່​ສຸດ​. ໃນ​ນັ້ນ​ມີ​ແຜນ​ນະ​ໂຍ​ບາຍ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສ້າງ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ແຂວງ​ກວ໋າງ​ນິງໄດ້​ສະ​ເໜີປັບປຸງ​ແຜນ​ກຳ​ນົດ​ແຂວງ ໂດຍຕິດ​ແທດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ​ທິດທາງ​ໃຫຍ່​ຂອງ​ສູນ​ກາງ.

ມະ​ຕິ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງກ໋​ວາງ​ນິງຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 4 ທີ່​ດຳ​ເນີນ​ໃນ​ວັນ​ທີ 16 ມິ​ຖຸ​ນາ, ກໍ່​ຊີ້​ແຈ້ງວ່າ ​ກວ໋າງ​ນິງ​ຍົກຕົວ​ເລກ​ຄາດ​ໝາຍ​ລະ​ດັບ​ເຕີບ​ໂຕລວມຍອດ​ຜະ​ລິດ​ຕະ​ພັນ​ໃນ​ທ້ອງ​ຖິ່ນ (GRDP) ສະ​ເລ່ຍ​ ໄລ​ຍະ 2026 – 2030 ຈາກ 10% ຂຶ້ນເປັນ 12%/ປີ, GRDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຮອດ​ປີ 2030 ສູ້​ຊົນໃຫ້​ບັນ​ລຸ​ປະ​ມານ 20.000 USD, ເສດ​ຖະ​ກິດ​ດີ​ຈີ​ຕອນ​ກາຍ​ເປັນ​​ທິດທາງ​ຕະຫຼອດ, ຕິດ​ພັນ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ຂໍ້​ມູນ​ດີ​ຈີ​ຕອນ ແລະ ອຳ​ນາດ​ການ​ປົກ​ຄອງ​ດີ​ຈີ​ຕອນ. ທ່ານ ຫວູ​ວັນ​ຢຽນ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກ໋​ວາງ​ນິງເນັ້ນ​ໜັກ​ວ່າ ​ແຜນ​ກຳ​ນົດທີ່ໄດ້​ຮັບ​ການປັບ​ປຸງ​ຈະ​ເປີດ​ທ່າ​ໄດ້​ປຽບໃໝ່, ຄື​ເສັ້ນ​ທາງ​ແຄມ​ທະ​ເລ​ທາ​ງ​ທິດ​ຕາ​ເວັນ​ອອກຈະຫຼຸດ​ໄລ​ຍະ​ທາງ​ຈາກ​ເວິນ​ດົນ ໄປ​ຍັງ ຂົວ​ບັກ​ລວນ III ໃຫ້ສັ້ນລົງ, ເສັ້ນ​ທາງ​ທິດ​ຕາ​ເວັນ​ຕົກ ຕິດ​ເຊື່ອມ​ຕໍ່​ສະ​ໜາມ​ບິນ ຢາ​ບິ່ງ (ແຂວງບັກ​ນິງ), ​ກັບດ່ານ​ຊາຍ​ແດນ ເຕິນ​ແທັງ (ແຂວງລ້າງ​ເຊີນ):

“ສ້າງ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ໃໝ່​ບົນ​ພື້ນ​ຖານ​ເສັ້ນ​ທາງ​ແຄມ​ແມ່​ນ້ຳ, ເຊື່ອມ​ຕໍ່​ກັບ​ເສັ້ນ​ທາງ​ຄວາມ​ໄວ​ສູງ ຫ໋າຍ​ຝ່ອງ - ຢ​າ​ບິ່ງ, ສະ​ຖາ​ນີລົດໄຟ ນິງ​ຊ້າ ຊ່ວຍໃຫ້ເຂດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳອຽນ​ຕື​ ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ຄົບ​ຊຸດ. ເຂດ​ສຸດ​ທ້າຍ ບາ​ແຈ້ ຕິດ​ກັບ​ລ້າງ​ເຊີນ ເມື່ອ​ຜັນ​ຂະ​ຫຍາຍ​ຕາມ​ແຜນ​ກຳ​ນົດ​ເທື່ອ​ລະ​ກ້າວແລ້ວ ຈາກເຂດນີ້ໄປ​ຫາ​ສະ​ຖາ​ນີລົດໄຟ ຮະ​ລອງ ໃຊ້ເວລາບໍ່​ເກີນ 30 ນາ​ທີ, ສ້າງ​ເປັນເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ບົນ​ເນື້ອ​ທີ່​ດິນຮາບພຽງກວ່າ 2.800 ເຮັກ​ຕາ​ທີ່​ສາ​ມາດ​ຂຸດ​ຄົ້ນໄດ້ໃນ​ທັນ​ທີ. ນັບ​ແຕ່​ປຶກ​ສາ​ຫາ​ລື​​ການ​ວາງແຜນ​ກຳ​ນົດເທົ່າ​ນັ້ນ, ທາງ​ແຂວງ​ກວ໋າງ​ນິງ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ຈຳ​ນວນ​ໜຶ່ງ​”.

ເປົ້າ​ໝາຍ​ຂອງ​ແຜກ​ກຳ​ນົດ​ແມ່ນ​ສ້າງ​ແຂວງ​ນິງໃຫ້​ກາຍ​ເປັນ​ປະ​ຕູ​ເຊື່ອມ​ຕໍ່ກັບ​ສາ​ກົນ, ສູນ​ການ​ບໍ​ລິ​ການ ແລະ​ການ​ທ່ອງ​ທ່ຽວ​ສາ​ກົນ, ສູນ​ເສດ​ຖະ​ກິດ​ທະ​ເລ​ແຫ່ງ​ຊາດ, ພັດ​ທະ​ນາ​ຕົວ​ເມືອງ​ທະ​ເລ​ສີ​ວິ​ໄລ, ທັນ​ສະ​ໄໝ, ສີ​ຂຽວ, ຍືນ​ຍົງ, ມີ​ຄຸນ​ນະ​ພາບຊີວິດ​ສູງ​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ ແລະ ນຳ​ໜ້າ​ໃນ​ການ​ນະ​ວັດ​ຕະ​ກຳ. ນີ້​ແມ່ນ​​ແຜນ​ກຳ​ນົດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ສ້າງ​ພື້ນ​ຖານ​ໃຫ້​ແກ່ການ​ພັດ​ທະ​ນາ​ໄລ​ຍະ​ຍາວ​ຂອງ​ແຂວງ​ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ເພາະ​ສະ​ນັ້ນ, ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ເພື່ອ​ຫັນ​​ແຜນ​ກຳ​ນົດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ນັບ​ແຕ່​ປັດ​ຈຸ​ບັນ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງສູງ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຊຸດຂອງ​ທັງ​ລະ​ບົບ​ການ​ເມືອງ.

ຢູ່ກ​ອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ປະ​ຊາ​ຊົນ​ແຂວງກວ໋າງ​ນິງ, ບັນ​ດາ​ຜູ້​ແທນ​ໄດ້​ສະ​ເໜີ​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ເປົ້າ​ໝາຍ​ຂອງ​ແຜນ​ກຳ​ນົດ… ທ່ານ ຮວ່າງ​ບາ​ນາມ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຕາ​ແສງ​ຮະ​ລອງ, ສະ​ເໜີ​ພ້ອມ​ກັບ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ, ການ​ຜັນ​ຂະ​ຫຍາຍ​ແຜນ​ກຳ​ນົດ​ຕ້ອງ​ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການພັດ​ທະ​ນາ​ສີ​ຂຽວ ແລະ ຍືນ​ຍົງ. ແຂວງ​ກວ໋າງ​ນິງ​ກໍ່ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດຄື: ​ການ​ແພດ, ການ​ສຶກ​ສາ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ຮັບ​ປະ​ກັນໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ບັນ​ດາ​ຜົນ​ງານ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ.

“ການ​ປັບ​ປຸງ​ຕ້ອງຮັບ​ປະ​ກັນ​ລັກ​ສະ​ນະ​ສືບ​ທອດ, ບໍ່​ກໍ່ຄວາມ​ສັບ​ສົນປົນ​ເປ, ສ້າງ​ຄວາມ​ອຸ່ນ​ອ່ຽນໃຈໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ. ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ສະ​ຫງວນ​ແຫຼ່ງ​ກຳ​ລັງ​ເພື່ອ​ສຸມ​ໃສ່​ໜ້າ​ທີ່​ຈຳ​ນວນ​ໜຶ່ງ, ສະ​ຫງວນທີ່​ດິນ​ເພື່ອ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ, ເຮືອນ​ໃຫ້​ເຊົ່າ, ລົງ​ທຶນ​ໃຫ້​ແກ່​ການກຳ​ຈັດນ້ຳ​ເສຍຢູ່​ບັນ​ດາ​ເຂດ​ຕົວ​ເມືອງ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາອ່າວ​ຮະ​ລອງ, ເຊິ່ງ​ແມ່ນມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ”.

ຕາມ​ທ່ານ​ນາງ ຈິ້ງ​ທິ​ມິງ​ແທັງ​, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງກວ໋າງ​ນິງ​ແລ້ວ, ທາງແຂວງ​ກວ໋າງ​ນິງ​ສືບ​ຕໍ່ບູລະນະກົງ​ຈັກ​​ການຈັດ​ຕັ້ງໃຫ້​ສົມ​ບູນ​, ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່. ພ້ອມ​ທັງສຸມ​ໃສ່​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍູ້​ແຮງ​ການ​ພັດ​ທະ​ນາ​ກະ​ສິ​ກຳ​, ເສດ​ຖະ​ກິດ​ທະ​ເລ ແລະ ປູ​ກ​ລ້ຽງ​ສິນ​​ທະ​ເລ, ໝູນ​ໃຊ້​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທີ່​ຕັ້ງ​ພູ​ມີ​ສາດ ແລະ ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ພັດ​ທະ​ນ​າບໍ​ລິ​ການ logistics, ກ​ານ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ ແລະ ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ. ຈາກ​ນັ້ນ, ສ້າງ​ພື້ນ​ຖານ​ນິ​ຕິ​ກຳ ແລະ ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ວິ​ວັດ​ການ​ພັດ​ທ​ະ​ນາ​ຂອງ​ແຂວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

“ຮີບ​ດ່ວນ​ຫັນ​ແຜນ​ກຳ​ນົດ​ແຂວງ​ເປັນ​ບັນ​ດາ​ໂຄງ​ການ​, ແຜນ​ຮ່າງ ແລະ ໂຄງ​ການ​ຈຸດ​ສຸມ​ໃຫ້ລະອຽດ. ພ້ອມ​ທັງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ລະ​ດົມ ແລະ ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຕາມ​ທິດທີ່​ມີ​ປະ​ສິດ​ທິ​ຜົນ, ຍືນ​ຍົງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ, ແກ້​ໄຂ​ຮົ້ວ​ກີດ​ຂວາງ​ແຫຼ່ງ​ກຳ​ລັງ​ສັງ​ຄົມ, ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່ ແລະ ຫັນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ທີ່ໄດ້​ລະ​ບຸໃນ​ແຜນ​ກຳ​ນົດ​​ສະ​ບັບ​ປັບ​ປຸງ​ໃຫ້​ປະ​ກົດ​ຜົ​ນ​ເປັ​ນ​ຈິງ”.

ການກຳ​ນົດ​ທິດ​ພັດ​ທະ​ນາ​ຕາມ​ຮູບ​ແບບ​ລະ​ບົບ​ຕົວ​ເມືອງຫຼາຍ​ຂົ້ວ, ຫຼາຍ​ສູນ​ກາງ, ກວ໋າງ​ນິງ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ຈາກ​ການ​ພັດ​ທະ​ນາ​ຕາມ​ເຂດແດນ​ບໍ​ລິ​ຫານ​ມາ​ຍັງ​ການ​ພັດ​ທະ​ນ​າ​ຕາມ​​ບົດ​ບາດ​ໜ້າ​ທີ່. ການ​ປັບ​ປຸງ​ແຜນ​ກຳ​ນົດ​ແຂວງ​ຂອງ​ກ​ວ໋າງ​ນິງບໍ່​ພຽງ​ແຕ່ສ້າງ​ກຳ​ລັ​ງ​ໜູນ​ໃໝ່​ໃຫ້ແກ່​ການ​ເຕີບ​ໂຕ​ເທົ່າ​ນັ້ນ​ ຫາກ​ຍັງ​ແມ່ນ​ພື້ນ​ຖານນິ​ຕິ​ກຳ​​ທີ່ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​​ເປົ້າ​ໝາຍ​ສ້າງ​ນະ​ຄອນ​ກວ໋າງ​ນິງ​ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ພ້ອມ​ທັງ​ມຸ່ງ​ໄປ​ເຖິງ​ວິ​ໄສ​ທັດ​ກາຍ​ເປັນ​ນະ​ຄອນ​ທະ​ເລ - ມໍ​ລະ​ດົກ​ທີ່ມີ​ເຄື່ອງ​ໝາຍການຄ້າ​ທົ່ວ​ໂລກ, ມີການພັດ​ທະ​ນາ​ສີ​ຂຽວ, ອັດ​ສະ​ລິ​ຍະ ແລະ ຍືນ​ຍົງ.