ຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ ທີ່ ຮ່າໂນ້ຍ, ໄດ້ຈັດວາລະປະຊຸມຄັ້ງງທີ 2 ຄະນະຊີ້ນຳການສະຫລຸບ 100 ປີແຫ່ງພັກນຳພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດໃນ 100 ປີຕໍ່ໄປ ແລະ ສະຫລຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ການສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ. ຜ່ານໄລຍະທາງເກືອບ 100 ປີທີ່ພັກໄດ້ນຳພາການປະຕິວັດ ຫວຽດນາມ, ຫຼາຍບົດຮຽນມີລັກສະນະກົດເກນໄດ້ຖອດຖອນອອກມາ, ກາຍເປັນອົງປະກອບທີ່ລ້ຳຄ່າໃຫ້ແກ່ ຫວຽດນາມ ໃນໄລຍະໃໝ່.
ຫວນຄືນປະຫວັດສາດ ຫວຽດນາມ ໃນຊຸມປີຕົ້ນສະຕະວັດທີ 20, ອາດເຫັນໄດ້ວ່າ ຄວາມຄາດຫວັງຍາດເອົາເອກະລາດຍັງໄດ້ປະກົດຕົວຢ່າງແຮງ. ແຕ່ເຖິງແນວນັ້ນກໍ່ຕາມ, ວິກິດການກ່ຽວກັບແນວທາງກູ້ຊາດຍັງບໍ່ທັນໄດ້ແກ້ໄຂເທື່ອ. ໃນສະພາບການນັ້ນ, ການສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນວັນທີ 3 ກຸມພາປີ 1930 ໄດ້ກາຍເປັນບາດລ້ຽວສຳຄັນ.
ບັນດາຄຸນຄ່າຫຼັກແຫຼ່ງ
ຈາກອົງການໃໝ່ທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ໄດ້ເຄື່ອນໄຫວໃນເງື່ອນໄຂທີ່ຖືກປາບປາມຢ່າງຂ້ຽວຂາດນັ້ນ, ພັກໄດ້ສ້າງອົງການຈັດຕັ້ງ, ພັດທະນາກຳລັງເທື່ອລະກ້າວ. ເສັ້ນທາງດັ່ງກ່າວໄດ້ຕິດພັນກັບບົດບາດຂອງ ຫງວຽນອາຍກວກ-ໂຮ່ຈິມິນ, ຜູ້ທີ່ມີວິວັດການກະກຽມອັນຍາວນານກ່ຽວກັບດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງໃຫ້ແກ່ການສ້າງຕັ້ງພັກການເມືອງປະຕິວັດຢູ່ ຫວຽດນາມ. ທ່ານປະລິນຍາເອກ ຫງວຽນວັນດາງ ສະຖານບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:
ສະຫລຸບ 100 ປີແຫ່ງພັກນຳພາບັນດາຂະບວນການປະຕິວັດ ຫວຽດນາມ ກໍ່ຄືພັດທະນາປະເທດຊາດໃນໄລຍະປ່ຽໜແປງໃໝ່ນັ້ນ, ບົດບາດຂອງປະທານ ໂຮ່ຈິມິນ ກໍ່ຄືຂອງພັກແມ່ນບໍ່ສາມາດປ່ຽນແທນໄດ້. ບົດບາດຂອງພັກຕໍ່ກັບຜົນປະໂຫຍດຂອງປະເທດຊາດ, ຂອງຊາດ ນັ້ນແມ່ນເອກະລາດແຫ່ງຊາດ, ການທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນການປ່ຽນແປງໃໝ່ ດ້ວຍຖານະແມ່ນປະເທດທີ່ມີອະທິປະໄຕ, ມີສຽງເວົ້າໃນໂລກ.
ຫວນຄືນຕະຫຼອດວິວັດການດັ່ງກ່າວ, ອາດເຫັນໄດ້ໜຶ່ງໃນບັນດາຈຸດພົ້ນເດັ່ນ ນັ້ນແມ່ນການຕິດພັນລະຫວ່າງເປົ້າໝາຍເອກະລາດແຫ່ງຊາດ ກັບການກຳນົດທິດສັງຄົມນິຍົມ; ລະຫວ່າງແນວທາງການປະຕິວັດ ກັບການເຕົ້າໂຮມກຳລັງແຮງຂອງມະຫາຊົນ. ທ່ານ ບຸ່ຍວັນແທັກ ຮອງປະທານສະເພາະກິດ ສະພາທິດສະດີສູນກາງ ຕີລາຄາວ່າ:
ຜົນງານໂດຍພັກບັນລຸໄດ້ໃນ 100 ປີແຫ່ງການນຳພາການປະຕິວັດ ແມ່ນຜົນງານທີ່ມີລັກສະນະປະຫວັດສາດ. ພັກໄດ້ນຳພາປະເທດທີ່ເປັນຫົວເມືອງຂຶ້ນເຄິ່ງສັກດີນາ ກາຍເປັນປະເທດທັນສະໄໝ, ຮັ່ງມີສວຍງາມ, ບັນລຸລະດັບລາຍຮັບສະເລ່ຍສູງຄືໃນປະຈຸບັນ.
ກຳນົດບັນດາບັນຫາໃໝ່ເພື່ອນຳປະເທດຊາດພັດທະນາ
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວິໄສທັດພັດທະນາ 100 ປີ ໄດ້ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງສຸມໃສ່ປະຕິບັດບັນດາເສົາຄ້ຳຍຸດທະສາດແກ່ນສານຢ່າງຄົບຊຸດ ຄື: ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ, ທັນສະໄໝ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິທິພາບ, ປະສິດທິຜົນ; ສືບຕໍ່ແກ້ໄຂບັນດາຮົ້ວກີດຂວາງ, ລຸລ່ວງ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງສຸດຂີດ; ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການໝູນໃຊ້ປັນຍາປະດິດ ແລະ ບັນດາເຕັກໂນໂລຊີພື້ນຖານ, ພ້ອມກັນນັ້ນ ກໍ່ເສີມຂະຫຍາຍປັດໄຈຊາວ ຫວຽດນາມ ຢ່າງສູງສຸດ. ບັນດາເສົາຄ້ຳນັ້ນຕ້ອງໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຕິດພັນຢ່າງສະໜິດແໜ້ນນຳກັນ. ທ່ານສາດສະດາຈານ ຫວູມິນຢາງ ອະດີດຮອງຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕັ້ງຄວາມຫວັງວ່າ:
ເພື່ອປະຕິບັດເປົ້າໝາຍທີ່ມີລັກສະນະຄາດຫວັງສູງຄືແນວນັ້ນ ຕ້ອງປັບປຸງທຸກດ້ານໃນການຈັດຕັ້ງນຳພາຂອງພັກ. ທຳອິດແມ່ນຕ້ອງຢືດໝັ້ນແນວທາງການເມືອງຢ່າງມີຫົວຄິດປະດິດສ້າງ. ວິວັດການປ່ຽນແປງໃໝ່ຕ້ອງແຂງແຮງກວ່າ. ທຸກສະມາຊິກຂອງອົງການພັກຕ້ອງຊາບຊືມຈິດໃຈ ນຳຄວາມຄາດຫວັງສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ, ເຂັ້ມແຮງແຮງກ້າ, ນຳຊົນຊາດໄປສູ່ຄວາມວັດທະນາຖາວອນ ແມ່ນແບບແຜນການດຳລົງຊີວິດຂອງຕົນ.
ສເກືອບໜຶ່ງສະຕະວັດທີ່ພັກກອມມູນິດ ຫວຽດນາມ ໄດ້ນຳພາປະເທດຊາດ ແມ່ນວິວັດການອັນຍາວນານພໍສົມຄວນ ເພື່ອຈະເຫັນໄດ້ບັນດາບາດລ້ຽວ, ຜົນງານ, ສິ່ງທ້າທາຍ ແລະ ທັງບັນດາບົດຮຽນປະສົບການທີ່ໄດ້ສະສົມໄວ້ຜ່ານພຶດຕິກຳຕົວຈິງ. ການສະຫລຸບວິວັດການດັ່ງກ່າວ ຈະແມ່ນພື້ນຖານເພື່ອສືບຕໍ່ເຫັນໄດ້ບັນດາບັນຫາໃໝ່ ແລະ ຊອກຮູ້ບັນດາກຳລັງໜູນພັດທະນາໃຫ້ເໝາະສົມກັບປະເທດຊາດ ໃນໄລຍະພັດທະນາໃໝ່./.
