ໄລ່ຮອດວັນທີ 31 ກໍລະກົດ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າ ຫວຽດນາມບັນລຸ 38,06 ຕື້ USD, ເພີ່ມຂຶ້ນ 58% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ຕາມຂໍ້ມູນຂອງກົມສະຖິຕິ (ກະຊວງການເງິນ) ປະກາດໃນຕອນເຊົ້າວັນທີ 3 ສິງຫາແລ້ວ, ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດແມ່ນທຶນ FDI ປະຕິບັດຢູ່ ຫວຽດນາມຄາດຄະເນບັນລຸໄດ້ 15,2 ຕື້ USD, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ນີ້ແມ່ນແຫຼ່ງທຶນ FDI ປະຕິບັດຫຼາຍທີ່ສຸດຂອງ 7 ເດືອນຕົ້ນປີໃນຕະຫຼອດໄລຍະ 5 ປີຜ່ານມາ. ໃນຍອດທຶນ FDI ຈົດທະບຽນເຂົ້າ ຫວຽດນາມ, ທຶນ FDI ຈົດທະບຽນໃໝ່ຮັບຮູ້ການເຕີບໂຕຢ່າງແຮງ. ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ແມ່ນຂົງເຂດຶງດູດ FDI ໃຫຍ່ທີ່ສຸດເມື່ອກວມເອົາ 55% ຍອດທຶນຈົດທະບຽນສະໜອງໃໝ່, ຖັດຈາກນັ້ນແມ່ນຂົງເຂດການຜະລິດ, ຈຳໜ່າຍໄຟຟ້າ, ອາຍແກັດ, ນ້ຳປະປາ. ກ່ຽວກັບຄູ່ຮ່ວມມືລົງທຶນ, ສິງກະໂປນຳໜ້າໃນຈຳນວນ 69 ປະເທດ ແລະ ເຂດແຄ້ວນທີ່ລົງທຶນຈົດທະບຽນໃໝ່ເຂົ້າ ຫວຽດນາມດ້ວຍ 7,5 ຕື້ USD. ບັນດາຄູ່ຮ່ວມມືລາຍໃຫຍ່ຖັດຈາກນັ້ນຕາມລຳດັບແມ່ນ ສ.ເກົາຫຼີ, ຮົ່ງກົງ (ຈີນ) ແລະ ຈີນ.
