ງານມະໂຫລານຮູບເງົາ​ເອ​ກະ​ສານ ເອີລົບ - ຫວຽດນາມ ຄັ້ງທີ 16 ຈັດ​ຂຶ້​ນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 18 – 26 ກັນ​ຍາ ແລະ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ແຕ່​ວັນ​ທີ 18 – 25 ກັນ​ຍາ, ດ​້ວຍ​ການ​ເຂົ້າ​ຮ່ວມອງ 9 ປະ​ເທດ ເອີ​ລົບ ແລະ ຫວຽດ​ນາມ.

ງານມະໂຫລານໄດ້​ແນະ​ນຳ​ຜົນ​ງານ 11 ເລື່ອງ, ​ຮູບ​ເງົາ​ເອ​ກະ​ສານ 9 ເລື່ອງ​ໂດຍ​​ບໍ​ລ​ິ​ສັດ​ພິມ​ຮູບ​ເງົາ​ເອ​ກະ​ສານ ແລະ ວິ​ທະ​ຍາ​ສາດ​ສູນ​ກາງຜະລິດ ​ພ້ອມ​ກັບຮູບເງົາ 5 ເລື່ອງ​ຂອງ​ຜູ້ໜຸ່ມ ຫວຽດນາມ. ຫຼາຍຜົນງານເຄີຍໄດ້ຮັບລາງວັນ ໃນງານມະ​ໂຫລານຮູບເງົາຢູ່ພາຍໃນ ແລະ ສາກົນ.