ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສະຫະປະຊາຊາດ (ສ​ປ​ຊ) ທີ່ ນິວຢອກ (ອາເມລິກາ), ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງກອງປະຊຸມສະມັດຊາໃຫຍ່ ສ​ປ​ຊ ຄັ້ງທີ 81 ຫົວຂໍ້ "ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ສ້າງການຫັນປ່ຽນ: ​ສ​ປ​ຊ ກະທຳເພື່ອທຸກໆຄົນ", ໄດ້​ໄຂຂຶ້ນຢ່າງເປັນທາງການ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ António Guterres, ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ທ່ານ Khalilur Rahman, ປະທານກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງຮ່ວມ​ແຮງ​ຮ່ວມ​ໃຈກັນ​ເພື່ອແກ້ໄຂ​ບັນ​ດາ​ສິ່ງ​ທ​້າ​ທາຍທາຍທົ່ວໂລກ ໂດຍອີງໃສ່ ການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ໃນ​ຂະ​ນະ​ນັ້ນ, ການ​ນຳ​ຂັ້ນ​ສູງ​ຂອງ​ຫຼາຍ​ປະ​ເທດ​​ກໍ່​ແບ່ງ​ປັນ​ທັດ​ສະ​ນະ​ທີ່​ຖື​ວ່າ ​ໂລກ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ; ສະ​ແດງ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່​ບົດບາດ​ໃຈກາງ​ຂອງ ສປຊ ​ໃນລະ​ບົບ​ຫຼາຍ​ຝ່າຍ ​ແລະ ຊຸກຍູ້​​ວິ​ວັດການ​ປະຕິ​ຮູບ​ອົງການ​ນີ້ ​ເພື່ອ​​ຮັບ​ມື​ກັບ​ບັນດາ​ວິ​ກິດ​ການ​ທີ່​​ພວມເພີ່ມ​ຂຶ້ນ​ຢ່າງ​ປະສິດທິ​ຜົນ​ກວ່າ.

ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ​ນອນ​ໃນຂອບຂອງກອງປະຊຸມສະມັດຊາໃຫຍ່ ສ​ປ​ຊ ຄັ້ງທີ 81 ຈະແກ່​ຍາວແຕ່ວັນທີ 22 - 28 ກັນຍາ.