ວັນ​ທີ 02 ກໍ​ລະ​ກົດ, ໄດ້​ຈັດ​ຫຼາຍ​ການ​ເຄື່ອນ​ໄຫວສະ​ເຫຼີ​ມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ເປັນ​ກຽດ​ໄດ້​ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ (02 ກໍ​ລ​ະ​ກົດ 1976 – 02 ກໍ​ລະ​ກົດ 2026).

ລະ​ອຽດ​ແມ່ນ, ໃນ​ເວ​ລາ 7 ໂມງ 30 ນາ​ທີ, ຕອນ​ເຊົ້າ​ວັນ​ທີ 02 ກໍ​ລະ​ກົດ, ພິ​ທີ​ສະ​ເຫ​ຼີມ​ສະ​ຫຼອງ​ໄດ້​ໄຂ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ​ຢູ່​ຫໍ​ປະ​ຊຸມ ທົງ​ເຍິດ, ຕາ​ແສງ ເບັນ​ແທັ່ງ, ນະ​ຄອນ ໂຮ່​ຈີ​ມິນ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ໄດ້​ຈັດ​ລາຍ​ການ​ຖ່າຍ​ທອດ​ສົດ​ພິ​ເສດ​ດ້ວຍ 2 ​ຈຸດ​ເຊື່ອມ​ຕໍ່​ຫຼັກ​ແ​ມ່ນ​ຢູ່ ຫໍ​ປະ​ຊຸມ ທົງ​ເຍິດ (ນະ​ຄອນ ໂຮ່​ຈີ​ມິນ) ແລະ ສະ​ໜາມ​ຫຼວງ ບາ​ດິ່ງ - ເຂດ​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ (ຮ່າ​ໂນ້ຍ), ນະ​ຄອນ ໂຮ່​ຈ​ີ​ມິນ ກໍ່​ຈັດ​ການຍ​ິງບັ້ງ​ໄຟ​ດອກ​ຢູ່ 16 ຈຸດ​ແຕ່​ເວ​ລາ 21 ໂມງ ຮອດ 21 ໂມງ 15 ນາ​ທີ.

ມີ​ຈຸດ​ພົ້ນ​ເດັ່ນ​ໜຶ່ງ​ອີກ​ແມ່ນ ບັນ​ດາ​ສາກ​ການ​ສະ​ແດງ 3D Mapping ສາ​ກົນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 01 ຮອດ​ວັນ​ທີ 05 ກໍ​ລະ​ກົດ. ໃນ​ຕອ​ນ​ຄ່ຳ​ວັນ​ທີ 01 ກໍ​ລະ​ກົດ, ມີ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈ​ິ​ມິນ ແລະ ແຂກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ໄດ້​ຮັບ​ຊົມ​ການ​ສະ​ແດງ​ແສງ​ສີ ສິ​ລະ​ປະ 3D Mapping ສົມ​ທົບ​ກັບ​ການ​ສະ​ແດງ​ດົນ​ຕີ, ເປິດ​ສາກ​ໃຫ້​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ.