(ພາບ: TTXVN)
ວັນທີ 01 ກໍລະກົດ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ມິ້ດຶກ, ນະຄອນ ຮ່າໂນ້ຍ, ເປີດຕົວຜະລິດຕະພັນທ່ອງທ່ຽວຊຸມຊົນ ເມື່ອງກົກ. ນີ້ແມ່ນຜະລິດຕະພັນທ່ອງທ່ຽວຊຸມຊົນໃໝ່ຂອງນະຄອນຫຼວງ, ໄດ້ພັດທະນາຕາມຮູບແບບສີຂຽວ, ຍືນຍົງ ແລະ ຕິດພັນກັບການອະນຸລັກຮັກສາວັດທະນະທຳຊົນເຜົ່າ ເມື່ອງ. ທ່ານ ເຈິ່ນຈູງຮຽວ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຄວາມປະສົມກົມກຽວລະຫວ່າງທຳມະຊາດ, ວັດທະນະທຳ ແລະ ມະນຸດ ໄດ້ສ້າງເປັນສີສັນສະເພາະຂອງ ເມື່ອງກົກ. ດ້ວຍສານທີ່ວ່າ “ເມື່ອງກົກ - ເຂດສະຫງົບງຽບ”, ພວກຂ້າພະເຈົ້າຫວັງວ່າ ແຂກທ່ອງທ່ຽວເມື່ອມາແຫ່ງນີ້ ຈະມີຄວາມຮູ້ສຶກໄດ້ເຖິງການດຳລົງຊີວິດທີ່ຊ້າກວ່າ, ຮັບຟັງທຳມະຊາດຫຼາຍກວ່າ ແລະ ຮູ້ສຶກໄດ້ເຖິງບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະທີ່ພວມປະກົດຕົວຂຶ້ນຢູ່ເຮືອນແຕ່ລະຫຼັງ, ແຕ່ລະຄາບເຂົ້າ ແລະ ໃນຄວາມຈິງໃຈຂອງປະຊາຊົນບ້ານ ເມື່ອງ, ຕາແສງ ມີ້ດຶກ”.
ຈຸດພົ້ນເດັ່ນຂອງຜະລິດຕະພັນທ່ອງທ່ຽວຊຸມຊົນ ເມື່ອງກົກ ແມ່ນລາຍການ “ເປັນຊາວ ເມື່ອງ 1 ມື້”, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ນຸ່ງຊຸດອາພອນທີ່ເປັນມູນເຊື້ອ, ລົງເຮັດກະສິກຳ, ປຸງແຕ່ງອາຫານ, ຄົ້ນຫາບັນດາເສັ້ນທາງຖີບລົດຖີບ. ທ່ານ ຫງວຽນກວາງເດື່ອງ, ປະທານຄະນະກຳມະການປະຊາຊົນຕາແສງ ມີ້ດຶກ, ເນັ້ນໜັກວ່າ:
“ຜະລິດຕະພັນທ່ອງທ່ຽວຊຸມຊົນ ເມື່ອງກົກ ຈະເປີດທິດກ້າວເດີນໃໝ່ໃນການຫັນປ່ຽນໂຄງປະກອບເສດຖະກິດຂອງທ້ອງຖິ່ນ, ສ້າງການຫາເງິນລ້ຽງຊີບ, ເພີ່ມລາຍຮັບແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ນີ້ກໍ່ແມ່ນຂີດໝາຍສຳຄັນ, ປະກອບສ່ວນເຮັດໃຫ້ແຜນທີ່ທ່ອງທ່ຽວຂອງນະຄອນຫຼວງອຸດົມສົມບູນກວ່າ ດ້ວຍຮູບແບບການປະພຶດໃໝ່”.
