ໃນຂອບເຂດຂອງ Festival ທັງລອງ - ຮ່າໂນ້ຍ 2026 ຄັ້ງທີ 2, ຕອນຄ່ຳວັນທີ 18 ກັນຍາ, ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມ້ຽວ - ກວກຕືຢາມ ໄດ້ຈັດງານເປີດຕົວຮູບເງົາ 3 ມິຕິ Mapping “ເສີມສ້າງຜູ້ມີຄວາມເກັ່ງກ້າສາມາດ”. ນີ້ແມ່ນເຫດການທີ 6, ແລະ ກໍ່ແມ່ນການເຄື່ອນໄຫວສຸດທ້າຍປິດ Festival ຢູ່ວັນມຽວ - ກວກຕືຢາມ, ມຸ່ງໄປເຖິງພິທີ ສະເຫຼີມສະຫຼອງ 950 ປີວັນກວກຕືຢາມ (1076-2026).
ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມຽວ - ກວກຕືຢຽມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ໃນວິວັດການການຫັນເປັນດິຈິຕອນ, ປະຈຸບັນ, ວັນມຽວ - ກວກຕືຢາມ ພວມຕັ້ງໜ້າຜັນຂະຫຍາຍການນຳໃຊ້ບັນດາຜະລິດຕະພັນເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຂອງເຂດປູຊະນີຍະສະຖານ. ມື້ນີ້, ພວກຂ້າພະເຈົ້າໄດ້ແນະນຳຮູບເງົາ ເລື່ອງທີສາມ “ເສີມສ້າງຜູ້ມີຄວາມເກັ່ງກ້າສາມາດ,” ຖັດຈາກ “ສິ່ງຍອດຍິ່ງໃນການຮ່ຳຮຽນ” ແລະ “ຈົດຈຳຊື່ສຽງໃນແຜນສີລາ.” ດ້ວຍບັນດາຄວາມພະຍາຍາມນັ້ນ, ພວກຂ້າພະເຈົ້າປາດຖະໜາຢາກນຳໃຊ້ເຕັກໂນໂລຢີ ເພື່ອເລົ່າເລື່ອງກ່ຽວກັບ ຄຸນຄ່າຂອງ ວັນມຽວ - ກວກຕືຢາມ ທີ່ໜ້າດຶງດູດໃຈ ແລະ ມີຊີວິດຊີວາທີ່ສຸດ ເພື່ອແນະນຳເຖິງມະຫາຊົນ ແລະ ພິເສດແມ່ນບັນດາຜູ້ໜຸ່ມ.”
