ວັນທີ 1 ກໍລະກົດ, ທ່ານນາງ Deley Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ປະກາດ ການໄວ້ອາໄລລະດັບຊາດ 7 ວັນ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວໃຫຍ່ເປັນສອງຄັ້ງຢູ່ປະເທດນີ້ເມື່ອອາທິດກ່ອນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເກືອບ 2.300 ຄົນ ແລະ ຜູ້ຫາຍສາບສູນນັບພັນຄົນ. ທ່ານນາງ Rodriguez ປະກາດການໄວ້ອາໄລລະດັບຊາດ 7 ວັນເລີ່ມແຕ່ເວລາ 18 ໂມງຂອງວັນທີ 1 ກໍລະກົດ ຕາມເວລາທ້ອງຖິ່ນ ແລະ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ໃຫ້ກຳລັງໃຈ ໄປຍັງບັນດາຜູ້ທີ່ຖືກຜົນສະທ້ອນຈາກເຫດວິນາດຕະກຳ, ທ່ານຢັ້ງຢືນຄຳໝັ້ນສັນຍາ ຈະຮ່ວມເດີນທາງ ແລະ ປົກປ້ອງເຂົາເຈົ້າ. ໃນເຫດການທີ່ກ່ຽວຂ້ອງ, ພາຍຫຼັງຄວາມມານະພະຍາຍາມຄົ້ນຫາ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ນຳອັດຖິຜູ້ປະສົບເຄາະຮ້າຍ 11 ອັດຖິອອກຈາກຊາກຫັກພັງ ແລະ ມອບໃຫ້ຝ່າຍ ເວເນຊູເອລາ.
