ກ່າວ​ຄຳ​ເຫັນ​ທີ່ພິທີເປີດ​ເວ​ທີ​ປາ​ໄສ, ທ່ານ ​ປ.ອ ຮ່າ​ຄັກ​ມິງ, ບັນນາ​ທິ​ການ​ໃຫຍ່​ວາ​ລະ​ສານ​ ການ​ເງິນວິ​ສາ​ຫະ​ກິດ ໃຫ້​ຮູ້​ວ່າ ການ​ຫັນ​ປ່ຽນ​ຂອງ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ ຫວຽດ​ນາມ ດຶງ​ດູດ​ການ​ລົງ​ທຶນ, ເປີດກວ້າງ​ຕະຫຼາດ ແລະ ເຂົ້າ​ຮ່ວມ​ບັນ​ດາ​ລະ​ບົບມູນ​ຄ່າ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ພ້ອມ​ທັງ​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍົກ​ສູງກຳລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຢີ, ປັບ​ປຸງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຕອບ​ສະ​ໜອງ​ບັນ​ດາ​ມາດ​ຖານ​ຂອງ​ຕະຫຼາດ​ສາ​ກົນ.

ເວ​ທີ​ປາ​ໄສ​ສ້າງ​ພື້ນ​ທີ່​ແລກ​ປ່ຽນ, ເຊື່ອມ​ຕໍ່ ແລະ ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ອົງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສະຫະພັນ, ​ປະຊາ​ຄົມ​ວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ຮາກ​ຖານ​ຄົ້ນ​ຄ້​ວາ, ສຸມ​ໃສ່​ໄຈ​ແຍກ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ, ຜົນ​ກະ​ທົບ​ຕໍ່ ຫວຽດ​ນາມ ແລະ ກາ​ລະ​ໂອ​ກາດ​ຕໍ່ກັບ​ວິ​ສາ​ຫະ​ກິດ.