ໃນຂອບເຂດການໄປປະຕິບັດງານພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຮ່ວມເດີນທາງນຳທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມວາລະປືກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81, ວັນທີ 22 ກັນຍາ, ຢູ່ ນິວຢອກ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ວຽກກັບການນຳສະຫະປະຊາຊາດ ແລະ ຜູ້ຕາງໜ້າບໍລິສັດ ອາເມລິກາ ຈຳນວນໜຶ່ງ.
ທີ່ການເຮັດວຽກກັບທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການເຂົ້າຮ່ວມຂອງ ຫວຽດນາມ ໃນກຳລັງຕຳຫຼວດຮັກສາສັນຕິພາບ ສະຫະປະຊາຊາດ.
ທີ່ພົບປະກັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ ຮັບຜິດຊອບດ້ານເຕັກໂນໂລຊີ, ທ່ານລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ສະຫະປະຊາຊາດຮ່ວມເດີນທາງຜົນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ໃຫ້ມີປະສິດທິຜົນ, ຊຸກຍູ້ການນຳໃຊ້ປັນຍາປະດິດໂດຍມີຄວາມຮັບຜິດຊອບໃນການປະຕິບັດກົດໝາຍ...
ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ກໍ່ໄດ້ຕ້ອນຮັບຜູ້ຕາງໜ້າຈາກກອງທຶນລົງທຶນ BlackRock, ກຸ່ມບໍລິສັດ Cantor Fitzgerald, The Asia Group ແລະ AMECOM.
