ຄຳຖະແຫຼງຂອງທ່ານ Majid Ebn al-Reza ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ຍົກໃຫ້ເຫັນຢ່າງຈະແຈ້ງເຖິງບັນຫາປ້ອງກັນຊາດ, ລູກສອນໄຟ ແລະ ກຳລັງຄວາມສາມາດຂອງເຮືອບິນບໍ່ມີຄົນຂັບແມ່ນ ເສັ້ນຂີດແດງ ກ່ຽວກັບຄວາມໝັ້ນຄົງແຫ່ງຊາດຂອງອີຣານ. ນີ້ບໍ່ແມ່ນບັນຫາສາມາດເຈລະຈາກັບ ອາເມລິກາ, ບໍ່ວ່າໃນປັດຈຸບັນ ຫຼືໃນອະນາຄົດ.
ອີຣານ ໄດ້ຮັບການຕີລາຄາແມ່ນປະເທດມີສາງລູກສອນໄຟນຳວິຖີ ແລະ ເຮືອບິນບໍ່ມີຄົນຂັບປະກອບອາວຸດ ເຂັ້ມແຂງແຖວໜ້າຂອງພາກພື້ນ, ເຖິງວ່າດ້ານຈຳນວນຍັງບໍ່ທັນໄດ້ຮັບການເປີດເຜີຍຢ່າງລະອຽດເທື່ອ. ເວລາມໍ່ໆມານີ້, ເມື່ອການເຈລະຈາ ລະຫວ່າງ ອາເມລິກາ ແລະ ອີຣານບັນລຸໄດ້ຄວາມຄືບໜ້າ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ອີຣານ ກໍ່ຕ້ອງມີລູກສອນໄຟນຳວິຖີເພື່ອປ້ອງກັນຕົວເອງ. ເຖິງຢ່າງໃດກໍຕາມ, ສຳລັບຝ່າຍອິດສະລາແອັນ, ວົງການເຈົ້າໜ້າທີ່ຂອງປະເທດນີ້ ຖືວ່າ ກຳລັງຄວາມສາມາດກ່ຽວກັບລູກສອນໄຟນຳວິຖີຂອງອີຣານ ຍັງແມ່ນໄພນາບຂູ່ອັນຕະລາຍສຳລັບຄວາມໝັ້ນຄົງຂອງ ອິດສະລາແອັນ.
