ສະ​ຫະ​ພາບ ເອິ​ລົບ (ອີ​ຢູ) ໄດ້​ເຫັນ​ດີ​ຕໍ່​ແຜນ​ການສ້າງ​ຕັ້ງ​ສູນ​ປະ​ສານ​ງານ​ກູ້​ໄພ​ກູ້​ຊີບ​ທາງ​ທະ​ເລ(MRCC) ຢູ່​ນະ​ຄອນ Benghazi ທາງ​ພາກ​ຕາ​ເວັນ​ອອກ ລີ​ບີ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ກູ້​ໄພ​ກູ້​ຊີບ ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ອົບ​ພະ​ຍົບ​ໃນ​ເສັ້ນ​ທາງ​ຂ້າມ​ທະ​ເລ​ເມ​ດີ​ຕາ​ລາ​ເນ ຊື່ງ​ແມ່ນ​ໜຶ່ງ​ໃນ​ບັ​ນ​ດາເສັ້ນ​ທາງ​​ອົບ​ພະ​ຍົມຫຼາຍ​ກ່​ວາ​ໝູ່ເຂົ້າ ເອີ​ລົບ.

ວັນ​ທີ 30 ກໍ​ລະ​ກົດ, ທ່ານ Nicola Orlando ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢູ ປະ​ຈຳ ລີ​ບີ ໃຫ້​ຮູ້​ວ່າ: ທຸກ​ຝ່າຍ​ໄດ້​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການເພື່ອ​ສ້າງ​ຕັ້ງ​ສູນ ດ້ວຍ​ແຫຼ່ງ​ເງິນ​ອຸ​ປະ​ຖຳ​ຈາກ Italy ແລະ Malta. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ ໄດ້​ຕຳ​ໜິ​ຕິ​ຕຽນແຜນ​ການ​ສ້າງ​ຕັ້ງ​ສູນ​ປະ​ສານ​ງານ​ກູ້​ໄພ​ກູ້​ຊີບ​ຢູ່​ນະ​ຄອນ Benghazi ຍ້ອນ​​ຖື​ວ່າ: ເລື່ອງ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ເດີນ​ທະ​ເລ​ໃຫ້​ແກ່ ລີ​ບີ ອາດ​ຈະ​ພາ​ໄປ​ເຖິງ​ເລື່ອງ​ກຳ​ປັ່ນ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບຫຼາຍ​ລຳ​ຈະ​ຖືກ​​ສົ່ງ​ຄືນ ລີ​ບີ, ບ່ອນ​ທີ່ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ຮັບ​ຮູ້​ເປັນຫຼາຍ​ເທື່ອ​ວ່າ ສະ​ພາບ​ຊາວ​ອົບ​ພະ​ຍົບ ແລະ ຊາວ​ລົບ​ໄພ​ຖືກ​ກັກ​ຂັງ​ໂດຍບໍ່​ມີ​ເຫດ​ຜົນ.