ວັນທີ 15 ກັນຍາ, ກາຕາ ໄດ້ກ່າວເຕືອນວ່າ ເສັ້ນທາງທະເລໄປຜ່ານຊ່ອງແຄບ ທະເລ Bab al-Mandab ຖືກຂາດວັກຂາດຕອນ ຈະສ້າງຜົນຕາມມາທີ່ຮ້າຍແຮງ ຕໍ່ກັບເສດຖະກິດທົ່ວໂລກ, ໃນສະພາບການທີ່ການ ຈະລາຈອນທາງທະເລໄປຜ່ານຊ່ອງແຄບທະເລ Hormuz ໄດ້ຖືກຜົນສະທ້ອນ ແລະ ກຳລັງ Houthi ຢູ່ ເຢແມັນ ພວມເປີດກວ້າງການຄວບຄຸມລຽບຕາມຝັ່ງທະເລແດງ.
ທ່ານ Ibrahim bin Sultan Al Hashmi, ຜູ້ຮັບຜິດຊອບວຽກງານການສື່ສານ ແລະ ຕິດຕໍ່ປະສານກະຊວງການຕ່າງປະເທດ ກາຕາ ຖືວ່າ ໂລກພວມຖືກຜົນກະທົບຢ່າງຮ້າຍແຮງ ຈາກເລື່ອງຊ່ອງແຄບທະເລ Hormuz ຖືກປິດລ້ອມ ແລະ ບໍ່ສາມາດສືບຕໍ່ປະເຊີນໜ້າກັບສະພາບຖືກຂາດວັກຂາດຕອນຢູ່ Bab al-Mandab ຕື່ມອີກ. ທ່ານກໍ່ກ່າວເຕືອນວ່າ ການປິດປະຕູທາງທິດໃຕ້ທະເລແດງ ຈະເປັນ “ໄພພິບັດສຳລັບທົ່ວໂລກ”, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ບັນດາປະເທດສົມທົບກັນເພື່ອສະກັດກັ້ນສະພາບການປິດລ້ອມບັນດາເສັ້ນທາງນ້ຳສາກົນ.
