ວັນທີ 10 ສິງຫາ, ຕາມສຳນັກຂ່າວສານ RIA Novosti ແລ້ວ, ຫ້ອງວ່າການຜູ້ນຳສ. Tatarstan ຂຶ້ນກັບສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 12 ຄົນ ແລະ ຜູ້ບາດເຈັບ 39 ຄົນໃນເຫດບຸກໂຈມຕີດ້ວຍວັດຖຸບິນບໍ່ມີຄົນຂັບ (UAV) ເລັ່ງໃສ່ບັນດາຮາກຖານອຸດສາຫະກຳ ແລະ ໂຄງການພົນລະເມືອງຢູ່ນະຄອນ Nizhnekamsk. ໃນຂະນະນັ້ນ, ທ່ານ Alexei Kuznetsov ຜູ້ຊ່ວຍວຽກງານລັດຖະມົນຕີກະຊວງສາທາລະນະສຸກ ລັດເຊຍ ໃຫ້ຮູ້ວ່າ ມີ 28 ຄົນໃນນັ້ນມີເດັກນ້ອຍ 1 ຄົນ ໄດ້ເຂົ້າໂຮງໝໍພາຍຫຼັງເຫດບຸກໂຈມຕີດັ່ງກ່າວ. ໃນຂະນະນັ້ນ, ວັນທີ 10 ສິງຫາ ຫ້ອງວ່າການການສືບສວນແຂວງ Kharkov, ທາງພາກຕາເວັນອອກສ່ຽງເໜືອ ຢູແກຼນ, ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນໃນເຫດບຸກໂຈມຕີຂະໜາດໃຫຍ່ເລັ່ງໃສ່ໝູ່ບ້ານ Bugaivka ຂຶ້ນ ຕາແສງ Chuguiv.
