(ພາບ: QDND)
ໃນວິວັດການເຂົ້າຮ່ວມການຟື້ນຟູຜົນເສຍຫາຍຈາກເຫດແຜ່ນດິນໄຫວຢູ່ເຂດ Playa Grande ຂຶ້ນກັບລັດ La Guaira ຂອງ ເວເນຊູເອລາ, ວັນທີ 01 ກໍລະກົດ (ຕາມເວລາທ້ອງຖິ່ນ), ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ກຳນົດຊັດເຈນ 16 ຈຸດທີ່ມີຜູ້ປະສົບເຄາະຮ້າຍພວມຕິດຄ້າງ. ຄະນະກູ້ໄພກູ້ຊີບໄດ້ຕັ້ງໜ້າປະຕິບັດໜ້າທີ່ຢູ່ 9 ຈຸດ, ນຳເອົາບັນດາຊາກສົບຂອງຜູ້ປະສົບເຄາະຮ້າຍອອກຈາກເຂດຫັກພັງສຳເລັດ, ຍົກຈຳນວນຜູ້ປະສົບເຄາະຮ້າຍທີ່ຄົ້ນພົບມາຮອດປະຈຸບັນຂຶ້ນເປັນ 23 ຄົນ. ຄະນະກູ້ໄພກູ້ຊີບກໍ່ມອບໃຫ້ທ້ອງຖິ່ນ ພ້ອມກັບກຳລັງຢູ່ກັບທີ່ 7 ຈຸດທີ່ຍັງເຫຼືອ.
ທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະ, ຮຽກຮ້ອງໃຫ້ບັນດາສະມາຊິກສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ປະຕິບັດໜ້າທີ່, ທັງແມ່ນພັນທະສາກົນ ແລະ ທັງແມ່ນນ້ຳໃຈຂອງ ຫວຽດນາມ ທີ່ສະຫງວນໃຫ້ ເວເລຊູເອລາ, ດ້ວຍມະໂນຈິດ ແລະ ກຳລັງເຫື່ອແຮງ, ແຂ່ງກັບເວລາໃນການເຂົ້າຮ່ວມການຟື້ນຟູຜົນເສຍຫາຍຈາກເຫດແຜ່ນດິນໄຫວ.
ນີ້ແມ່ນຄັ້ງທີ 3 ທີ່ກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ຈັດສົ່ງກຳລັງ ແລະ ພາຫະນະໄປຕ່າງປະເທດປະຕິບັດໜ້າທີ່ໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບວິນາດຕະກຳ.
