(ພາບ:VOV-ພາກກາງ)
ທີ່ລາຍການ, ສະຫະພັນແຮງງານນະຄອນ ໄດ້ມອບຂອງຂວັນ 8.000 ພູດ, ລວມມູນຄ່າ 2,4 ຕື້ດົ່ງ (ກວ່າ 92.000 ໂດລາສະຫະລັດ) ໃຫ້ພວກຫຼານນ້ອຍ ລູກສະມາຊິກຊາວໜຸ່ມ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ.
ໃນຂະນະນັ້ນ, ຢູ່ ເກີ່ນເທີ ກໍ່ໄດ້ຈັດຄ່ຳຄືນວັນບຸນໄຫວ້ພະຈັນດ້ວຍຫົວຂໍ້ “ໂຄມໄຟແຫ່ງຄວາມຝັນ”. ຂອງຂວັນ 550 ພູດ, ດ້ວຍມູນຄ່າກວ່າ 170 ລ້ານດົ່ງ (6.500 ໂດລາສະຫະລັດ) ໄດ້ມອບໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ ຕາແສງ ຮວ່າອານ.
ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ໂຮງຮຽນສາມັນກິນນອນ ປະຖົມ ແລະ ມັດທະຍົມຕອນຕົ້ນ ສາຂາ ອຽນເຄືອງ, ຕາແສງເຂດຊາຍແດນ ອຽນເຄືອງ, ແຂວງ ແທັງຮວ໋າ ໄດ້ຈັດລາຍການ ວັນບຸນໄຫວ້ພະຈັນ ປີ 2026 ໃນຕອນຄ່ຳວັນທີ 22 ກັນຍາ. ທີ່ລາຍການ ກໍ່ໄດ້ຈັດການມອບຂອງຂວັນກວ່າ 1.000 ພູດໃຫ້ນັກຮຽນບັນດາຕາແສງເຂດຊາຍແດນ.
