ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັ​ບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Australia Anthony Albanese ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ອົດ​ສະ​ຕາ​ລີ. ທີ່​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ເລິກ​ເຊິ່ງກວ່າ​ອີກ, ເປີດກວ້າງ​ການ​ຮ່ວ​ມ​ມືໄປ​ສູ່​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ຄວາມ​ໝັ້ນ​ຄົງ​ທາງ​ດິນ​ເຕີ​ເນັດ, ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້​າ​ທາຍຕໍ່​ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ. ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ເລື່ອງ​ເນັ້ນ​ໜັກ​ວ່າ​ຕ້ອງ​ເພີ່ມ​ທະ​ວີ​ການ​ຂຸດ​ຄົ້ນ ​ລັກ​ສະ​ນະ​ໜູນ​ຊ່ວຍ​ກັນ​ຂອງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ເຊິ່ງ​ສອງ​ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວ​ມ, ແກ້​ໄຂ​ຮົ້ວ​ກີດ​ຂວາງ ແລະ ສ້າ​ງ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

ການ​ນຳ​ສອງ​ທ່ານ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ກາຍ​ເປັນ​ກຳ​ລັງ​ໜູນ​ໃໝ່​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຍຸດ​ທະ​ສາດ​ຄື: ປັນ​ຍາ​ປະ​ດິດ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ quantum, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ການ​ແພດ, ຄົ້ນ​ຄ້​ວາ​ທະ​ເລ, ຂຸດ​ຄົ້ນ​ແຮ່​ທາດ​ທີ່​ຈຳ​ເປັນ ແລະ hydrogen ສີ​ຂຽວ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້​ວາ​ລວມ,. ເຊື່ອມ​ຕໍ່ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ວິ​ສາ​ຫະ​ກິດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອົດ​ສະ​ຕາ​ລີ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ