(ພາບ: ຄະນະຈັດຕັ້ງ)
ໃນລະຫວ່າງວັນທີ 09 – 10 ກໍລະກົດ ຈະມາເຖິງ, ຢູ່ເຂດດ່ານຊາຍແດນ ແທັງຖຸຍ (ແຂວງ ເງະອານ, ຫວຽດນາມ) ແລະ ດ່ານຊາຍແດນ ນາມອນ (ແຂວງ ບໍລິຄຳໄຊ, ລາວ) ຈະຈັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດປະຈຳປີລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ, ນອນໃນອະນຸສັນຍາຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2026.
ຈຸດເດັ່ນຂອງງານພົບປະແລກປ່ຽນປີນີ້ແມ່ນສະຖານທີ່ຈັດຕັ້ງຢູ່ເຂດດ່ານຊາຍແດນ ແທັງຖຸຍ - ນາມອນ. ນີ້ແມ່ນສະຖານທີ່ເຊື່ອມຕໍ່ສຳຄັນໃນເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງ ວຽງຈັນ ເຊິ່ງລັດຖະບານ 2 ປະເທດໄດ້ມີແຜນນະໂຍບາຍ ແລະ ພວມຜັນຂະຫຍາຍການກໍ່ສ້າງ.
ໃນກອງປະຊຸມຖະແຫຼງກຂ່າວກ່ຽວກັບເຫດການດັ່ງກ່າວ, ຈັດຂຶ້ນໃນຕອນບ່າຍວັນທີ 02 ກໍລະກົດ, ທ່ານພັນເອກ ໂດ້ຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ), ຢືນຢັນວ່າ:
“ງານພົບປະຄັ້ງນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຈຸດສຸມຂອງປີ 2026, ມີຄວາມໝາຍຫຼາຍຢ່າງ, ປະກອບສ່ວນໂດຍກົງເພື່ອເພີ່ມທະວີສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ງານພົບປະມີຈຸດປະສົງສູງສຸດແມ່ນແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງກຳລັງປົກປັກຮັກສາເຂດຊາຍແດນຂອງ 2 ປະເທດ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງແທ້ຈິງ”.
ຕາມລາຍການ, ວັນທີ 09 ກໍລະກົດ, ບັນດາການເຄື່ອນໄຫວພົບປະແລກປ່ຽນຈະຈັດຂຶ້ນຢູ່ແຂວງ ບໍລິຄຳໄຊ; ແລະ ວັນທີ 10 ກໍລະກົດ, ງານພົບປະແລກປ່ຽນຈະຈັດຂຶ້ນຢູ່ແຂວງ ເງະອານ (ຫວຽດນາມ), ໃນນັ້ນ ມີການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນກະຊວງປ້ອງກັນ 2 ປະເທດ.
