(ພາບ: QMG)
ຕາມຂໍ້ມູນໂດຍຄະນະຈັດຕັ້ງປະກາດທີ່ການປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 2 ສິງຫາ, ການແຂ່ງຂັນປີນີ້ມີ ຈຳນວນນັກກິລາສາກົນເຂົ້າຮ່ວມຫຼາຍທີ່ສຸດໃນ 11 ຄັ້ງຜ່ານມາ.
ເຂົ້າຮ່ວມພິທີປະກາດ, ທ່ານ Hong Sun, ປະທານກິຕິມະສັກສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ (KOCHAM), ຕີລາຄາວ່າ:
ເທບ: “ການແລ່ນ ມາຣາທອນ ມໍລະດົກ ຮ້າລອງ ແມ່ນເຫດການສຳຄັນທີ່ເປັນໜ້າສົນໃຈ ສຳລັບບັນດານັກກິລາແລ່ນຂອງ ສ.ເກົາຫຼີ ກໍ່ຄືບັນດານັກລົງທຶນ ສ.ເກົາຫຼີ. ການແຂ່ງຂັນຄັ້ງນີ້ໄດ້ຕອບສະໜອງທັງ 3 ປັດໄຈກ່ຽວກັບກິລາ, ວັດທະນະທຳ ແລະ ການທ່ອງທ່ຽວ. ພວກຂ້າພະເຈົ້າຈະໂຄສະນາເຜີນແຜ່ເຫດການນີ້ ຢ່າງກວ້າງແຂວງ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ ມາ ຮ້າລອງ ແລະ ຫວຽດນາມ ຫຼາຍກວ່າອີກ”.
ໂດຍສືບຕໍ່ຜົນສຳເລັດຂອງການແຂ່ງຂັນໃນຊຸມປີກ່ອນໆ, ການແຂ່ງຂັນ ມາຣາທອນ ສາກົນມໍລະດົກ ຮ້າລອງ ສືບຕໍ່ຢັ້ງຢືນອິດທິຜົນຊື່ສຽງແມ່ນານແຂ່ງຂັນແລ່ນໜຶ່ງດຽວຢູ່ ຫວຽດນາມ ທີ່ສະຫະພັນແລ່ນ ແລະ ລານສາກົນ (World Athletics) ຮັບຮູ້ເປັນການແຂ່ງຂັນລະດັບສາກົນ - World Athletics Label Road Race.
