ວັນທີ 10 ສິງຫາ, ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ອີຣານ ແລະ ໂອມານໄດ້ເຫັນດີເປັນເອກະພາບກ່ຽວກັບວິວັດການໃຫ້ແກ່ເສັ້ນທາງເດີນເຮືອຜ່ານຊ່ອງແຄບທະເລ Hormuz ແລະ ພວມປຶກສາຫາລືບັນດາລາຍລະອຽດດ້ານເຕັກນິກ, ລວມມີການສຳຫຼວດທຳລາຍລູກລະເບີດ, ຍັງບໍ່ທັນປຶກສາຫາລືກ່ຽວກັບບັນຫາຈັດວາງຄ່າທຳນຽມ ສຳລັບບັນດາກຳປັ່ນ. ຕາມທ່ານ Esmaeil Baghaei ແລ້ວ, ອີຣານ ພວມຄົ້ນຄ້ວາບັນດາກົນໄກຕິດຕາມຄວາມໝັ້ນຄົງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຕ້ານອາດຊະຍາກຳທາງທະເລ, ຕາມນັ້ນແລ້ວ ຄ່າທຳນຽມຈະໄດ້ເກັບສຳລັບບັນດາການບໍລິການໃນການເດີນເຮືອສະໜອງໃຫ້ບັນດາກຳປັ່ນ. ທ່ານ ຢ້ຳຄືນຫຼັກໝັ້ນຂອງ ອີຣານວ່າ ການປິດປະຕູຊ່ອງແຄບທະເລ Hormuz ແມ່ນໝາກຜົນຂອງການເກາະຜິດຂອງ ອາເມລິກາ ແລະ ອິດສະລາແອັນ; ຢືນຢັນວ່າເລື່ອງເປີດຊ່ອງແຄບທະເລອີງຕາມເລື່ອງອາເມລິກາຍົກເລີກການຂວ້ຳບາດ ແລະ ຊົດເຊີຍຜົນເສຍຫາຍ.
