ວັນທີ 10 ສິງຫາ, ກອງບັນຊາການນະຄອນ ໂຮຈີມິນ ໃຫ້ຮູ້ວ່າ ນັບແຕ່ວັນທີ 23 ມິຖຸນາມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ, ຕາແສງຮ່ວາຮຶງ, ນະຄອນໂຮ່ຈີມິນໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ. ໄລ່ສະເພາະໃນສາມວັນ (ແຕ່ວັນທີ 7 – 10 ສິງຫາ), ຢູ່ເຂດ B ຂອງສວນສາທາລະນະ ເລທິຣຽງ, ກຳລັງປະຕິບັດໜ້າທີ່ໄດ້ບຳບັດດິນ, ຫີນປະມານ 850 ແມັດກ້ອນ; ພົບເຫັນ ແລະ ທ້ອນໂຮມໄດ້ອັດຖິນັກຮົບ 46 ຊຸດ ແລະ ວັດຖຸຕິດໄປນຳ 32 ຊຸດ. ໃນຊຸມວັນຜ່ານມາ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການນະຄອນ ໂຮ່ຈີມິນ ສືບຕໍ່ເປີດກວ້າງຂອບເຂດການຄົ້ນຫາຢູ່ບາງເຂດທີ່ສົງໄສມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
