ໃນ​ຂອບ​ເຂດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂັ້ນສູງ​ຂອງ​ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81, ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ຢູ່ ອາ​ເມລິ​ກາ​. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ເນັ້ນ​ໜັກ​ວ່າ​: ພັກ ແລະ ລັດ ສ້າງ​ເງື່ອນ​ໄຂ​, ສົ່ງ​ເສີມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຄົ້ນ​ຄ້ວາ​, ປະ​ດິດ​ຄິດ​ສ້າງ​ເພື່ອ​ຜະ​ລິດບັນ​ດາ​ຜະ​ລິດ​ຕະ​ພັນ​ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ​; ສະ​ຫງວນ​ແຫຼ່ງ​​ທຶນ​ມີ​ຈຸດ​ສຸມ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​, ພ້ອມ​ທັງ​​ຕ້ອງ​ມີ​ກົນ​ໄກ​ເໝາະ​ສົມ​ຕໍ່​ບັນ​ດາ​ຄວາມ​ສ່ຽງ​ໃນ ການ​ຄົ້ນ​ຄ້ວາ​ວິ​ທະ​ຍາ​ສາດ.

​ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ຂໍ້​ໃໝ່​ໃນ​ມະ​ຕິ​ເລກ​ທີ 23-NQ/TW ລົງ​ວັນ​ທີ 02 ສິງ​ຫາ 2026 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ເນັ້ນ​ໜັກ​ວ່າ​:

“​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມລິ​ກາ ສ້າງ​ເງື່ອນ​ໄຂ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​, ຄົ້ນ​ຄ້ວາ ແລະ ເຕັກ​ໂນ​ໂລ​ຊີ​. ຂ້າ​ພະ​ເຈົ້າ​ເຄົາ​ລົບ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ພວກ​ອ້າຍ​, ພວກ​ເອື້ອຍ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ ຢູ່​ນິວ​ຢອກ​. ເລື່ອງ​ກັບ​ເມືອ ຫຼື ສືບ​ຕໍ່​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ການ​ເລືອກ​ເຟັ້ນ​ຕິດ​ພັນ​ກັບ​ອາ​ຊີບ ຄອບ​ຄົວ ແລະ ສະ​ພາບ​ການ​ຂອງ​ແຕ່​ລະ​ຄົນ​. ພວກ​ຂ້າ​ພະ​ເຈົ້າ​ເຄົາ​ລົບ​ການ​ເລືອກ​ເຟັ້ນ​ນັ້ນ​. ຜູ້​ຢາກ​ກັບ​ເມືອ​ຕ້ອງ​ໄດ້​ຮັບການ​ໜູນ​ຊ່ວຍ​ເພື່ອ​ມີ​ຊີ​ວິດ​​ເປັນປົກ​ກະ​ຕິ ແລະ ເຮັດ​ວຽກ​ຍາວ​ນານ​. ຜູ້​ຢູ່​ຕ່າງ​ປະ​ເທດ​ກໍ່​ສາ​ມາດ​ຊອກ​ຫາ​ວິ​ທີ​ພື່​ອ​ເຂົ້າ​ຮ່ວມ​ຢ່າງ​ສະ​ດວກ​, ເໝາະ​ສົມ​ກັບ​ເວລາ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​. ສຳ​ລັບ​ພວກ​ເພື່ອນ​ນັກ​ສຶກ​ສາ​, ຕ້ອງ​ມີ​ການ​ສະ​ໜິດ​ຕິດ​ພັນ​, ເລ່ີມ​ຈາກ​ການ​ແນະ​ນຳ​ໂອ​ກາດ​ຮຳ​່​ຮຽນ​, ແບ່ງ​ປັນ​ເອ​ກະ​ສານ ຫຼື ຊ່ວຍ​ເຫຼືອ​ໝູ່​ຂອງ​ຕົນ​ຊອກ​ຫາ​ບ່ອນ​ຝຶກ​ງານ​. ພວກ​ຂ້າ​ພະ​ເຈົ້າ​ນັບ​ຖື​ບັນ​ດາ​ເລື່ອງ​ນັ້ນ​ທີ່​ສຸດ​”.