ຊະອຸດີ ອາຣັບບີ ພ້ອມກັບ 2 ປະເທດຕາເວັນອອກກາງ (ລວມມີ: ຈໍແດນ, ເຢແມນ) ແລະ 5 ປະເທດ ອາຟະລິກາ (ລວມມີ: ອີຢິບ, ຊູດັງ, Djibouti, Eritrea ແລະ Somalia) ຫາກໍ່ປະກາດແຜນການສ້າງຕັ້ງພັນທະມິດປ້ອງກັນນາໆຊາດຢູ່ທະເລແດງ ແລະ ເຂດອ່າວ Aden ເພື່ອເພີ່ມທະວີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ໜຶ່ງໃນບັນດາເສັ້ນທາງທະເລສຳຄັນທີ່ສຸດໃນໂລກ.
ຂໍ້ລິເລີ່ມໂດຍ ຊະອຸດີ ອາຣັບບີ ຍົກອອກມາໃນສະພາບການຄວາມໝັ້ນຄົງຢູ່ທະເລແດງສືບຕໍ່ມີການຜັນແປທີ່ສັບສົນ ພາຍຫຼັງທີ່ເກີດການບຸກໂຈມຕີແນໃສ່ກຳປັ່ນການຄ້າເປັນຫຼາຍຄັ້ງ. ສຳລັບ ອາຟະລິກາ, ພັນທະມິດໃໝ່ນີ້ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເທົ່ານັ້ນ ຫາກຍັງປະກອບສ່ວນປົກປ້ອງບັນດາເສັ້ນທາງທະເລຫຼັກຂອງທະວີບອີກດ້ວຍ.
ຊ່ອງແຄບທະເລ Bab el-Mandeb ແມ່ນໜຶ່ງໃນບັນດາເສັ້ນທາງທະເລສຳຄັນທີ່ສຸດໃນໂລກ, ເຊື່ອມຕໍ່ທະເລແດງ ກັບ ເຂດອ່າວ Aden ແລະ ມະຫາສະໝຸດ ອິນເດຍ. ຖ້າເກີດການຂາດວັກຂາດຕອນໃດຢູ່ເຂດນີ້ ກໍ່ລ້ວນແຕ່ສົ່ງຜົນກະທົບໂດຍກົງເຖິງການເຄືື່ອນໄຫວສົ່ງອອກ - ນຳເຂົ້າ, ແຫຼ່ງສະໜອງດ້ານພະລັງງານ ແລະ ຄວາມໝັ້ນຄົງສະບຽງອາຫານຂອງຫຼາຍປະເທດ ອາຟະລິກາ.
