ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ, ວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດ ອົດສະຕາລີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານນາງ Sue Lines ປະທານສະພາສູງ ແລະ ທ່ານ Milton Dick ປະທານສະພາຕ່ຳ ອົດສະຕາລີ. ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີບັນດາອົງການສ້າງກົດໝາຍສອງປະເທດສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຮັກສາການແລກປ່ຽນໃນທຸກຂັ້ນ, ເພີ່ມທະວີການແລກປ່ຽນລະຫວ່ງບັນດາກຳມາທິການ, ກຸ່ມສະມາຊິກລັດຖະສະພາ, ສະມາຊິກລັດຖະສະພາເພດຍິ່ງ, ສະມາຊິກລັດຖະສະພາໜຸ່ມ ແລະ ສະມາຊິກລັດຖະສະພາທ້ອງຖິ່ນ, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແບ່ງປັນບົດຮຽນປະສົບການໃນການສ້າງກົດໝາຍ ແລະ ການຄຸ້ມຄອງບໍລິຫານ, ປະກອບສ່ວນນຳບັນດາຂໍ້ຕົກລົງຂັ້ນສູງເຂົ້າສູ່ຕົວຈິງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສະພາສູງ ແລະ ສະພາຕ່ຳ ອົດສະຕາລີ ຮ່ວມເດີນທາງໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງການບໍລິຫານ, ສ້າງລັດຖະບານດີຈີຕອນ ແລະ ສ້າງສະພາບແວດລ້ອມນິຕິກຳທີ່ສະດວກໃຫ້ແກ່ວິສາຫະກິດ, ການລົງທຶນ ແລະ ບັນດາກຳລັງໜູນເຕີບໂຕໃໝ່. ສອງຝ່າຍກໍ່ຕ້ອງເປີດກວ້າງການຮ່ວມມືດ້ານການສຶກສາ, ຄົ້ນຄ້ວາ, ບຳລຸງສ້າງວິຊາຊີບ, ຮັບຮູ້ໃບປະກາດ ສະນິຍະບັດແລະ ແບ່ງປັນບົດຮຽນປະສົບການໃນການໝູນໃຊ້ປັນຍາປະດິດ (AI), ເຕັກໂນໂລຢີດີຈີຕອນ ໃນການເຄື່ອນໄຫວລັດຖະສະພາ, ຜ່ານນັ້ນຍົກສູງຄຸນນະພາບການສ້າງກົດໝາຍ, ການຕິດຕາມກວດກາ ແລະ ປະສິດທິຜົນຂອງການຄຸ້ມຄອງບໍລິຫານ.
ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Angus Taylor, ການນຳພັກກົງກັນຂ້າມ, ປະທານພັກເສລີ ອົດສະຕາລີ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ ອົດສະຕາລີ, ດ້ວຍບັນດາທ່າແຮງທາງດ້ານທຶນຮອນ, ເຕັກໂນໂລຢີ, ການສຶກສາ ບຳລຸງສ້າງ ແລະ ຊັບພະຍາກອນທຳມະຊາດ, ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຮ່ວມເດີນທາງນຳກັນໃນວິວັດການສ້າງບັນດາກຳລັງໜູນເຕີບໂຕໃໝ່. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນລະຫວ່າງບັນດາພັກການເມືອງ, ພົວພັນແລກປ່ຽນສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາສອງປະເທດ, ພ້ອມທັງສ້າງບັນດາລະບົບສະໜອງ, ລະບົບມູນຄ່າທີ່ປອດໄພ, ຍືນຍົງ ແລະ ມີຄວາມສາມາດຮັບມືສູງ, ເປັນຕົ້ນແມ່ນກ່ຽວກັບພະລັງງານ ແລະ ບໍ່ແຮ່ທີ່ຈຳເປັນ, ສະເໜີອົດສະຕາລີ ສືບຕໍ່ຮັບປະກັນແຫຼ່ງສຳໜອງຖ່ານຫີນ, ອາຍແກັດເຫຼວ ໃຫ້ຫວຽດນາມ, ເປີດກວ້າງການຮ່ວມມືກ່ຽວກັບພະລັງງານສະອາດ, ການຫັນເປັນດີຈີຕອນສີຂຽວ.
