ໃນຂອບເຂດສັບ​ປະ​ດາ​ຂັ້ນ​ສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຄັ້ງທີ 81, ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ (ອາເມລິກາ), ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ຕ້ອນຮັບ ທ່ານ Miguel Ángel Moratinos, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ, ຜູ້ຕາງໜ້າຂັ້ນສູງພັນທະມິດແຫ່ງ​ພື້ນ​ຖານ​ອະລິຍະທຳ (UNAOC).

ທີ່ການ​ພົບ​ປະ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ ຍາມ​ໃດ ຫວຽດນາມ ​ກໍ່​ເຄົາ​ລົບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງສະຫະປະຊາຊາດ​ ເວົ້າລວມ ແລະ UNAOC ເວົ້າ​ສະ​ເພາະ ໃນການຊຸກຍູ້ການສົນທະນາ, ເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີຄວາມສາມັກຄີ ແລະ ການແກ້ໄຂ​ບັນ​ດາຄວາມແຕກຕ່າງກັນໂດຍສັນຕິວິທີ. ທ່ານເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າຂອງ ປະຊາຄົມສາກົນ, ຫວຽດນາມ ຊົມ​ເຊີຍ​ບັນ​ດາຂໍ້ລິເລີ່ມສັນຕິພາບ ແລະ ຈະ​ມອບໃຫ້ບັນດາອົງການທີ່ກ່ຽວຂ້ອງ​ຄົ້ນ​ຄວ້າຂໍ້ສະເໜີ​ຂອງ UNAOC.

ທ່ານຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ Miguel Ángel Moratinos ໄດ້ສະແດງຄວາມຊົມເຊີຍຕໍ່ບັນ​ດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ດ້ວຍຖານະທີ່ເປັນສະມາຊິກກຸ່ມເພື່ອນ​ມິດຂອງ UNAOC; ​ພ້ອມ​ກັນ​ນັ້ນ​ ກໍ່ສະແດງຄວາມຫວັງວ່າ ຫວຽດນາມ ຈະພິຈາລະນາເລື່ອງເປັນເຈົ້າພາບຈັດ ກອງປະຊຸມ UNAOC ໃນປີ 2027.