ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ພົບປະກັບ​ການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

ທີ່​ການ​ພົບ​ປະ​ກັບທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ​ທ່ານ John Mahama, ​ປະ​ທາ​ນາ​ທິ​ບໍ​ດີ Ghana ປາດຖະໜາຢາກໃຫ້ ຫວຽດນາມ ໜູນ​ຊ່ວຍ Ghana ໃນຂົງເຂດກະສິກຳ, ​ພິ​ເສດ​ແມ່ນການປູກເຂົ້າ. ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ເຫັນ​ດີ​ຕໍ່​ບັນ​ດາ​ຂໍ້​ສະ​ເໜີ​ຂອງ ການ​ນາ ແລະ ໃຫ້​ຮູ້​ວ່າ ຈະ​ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຜັນ​ຂະ​ຫຍາຍ​ໂດຍ​ໄວ​ຕາມ​ທິດ​ມີ​ປະ​ສິດ​ທິ​ຜົນ ແລະ ແທ​ດ​ຈິງ.

ທີ່​ການພົບປະລະຫວ່າງ​ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ແລະ ທ່ານ Tshering Tobgay, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ບູຖານ, ສອງຝ່າຍໄດ້​ເຫັນ​ດີນຳ​ກັນຈະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການແລກປ່ຽນວັດທະນະທຳ, ສິລະປະ, ຄົ້ນຄວ້າ​ເລື່ອງເປີດ​ສາຍການບິນໂດຍກົງລະຫວ່າງສອງປະເທດ, ​ຊຸກ​ຍູ້ການແລກປ່ຽນປະຊາຊົນ.

ທີ່ພົບປະກັບທ່ານ Khalilur Rahman, ປະທານກອງປະຊຸມສະມັດຊາໃຫຍ່ ສ​ປ​ຊ ຄັ້ງທີ 81, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ໄດ້ຢືນຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ຢ່າງ​ແໜ້​ນ​ແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ບັນ​ດາບຸລິມະສິດ ແລະ ຂໍ້ລິເລີ່ມຂອງປະທານສະມັດຊາໃຫຍ່ ສ​ປ​ຊ ເພື່ອ​ຫັນ​ບັນ​ດາເປົ້າໝາຍໃຫ້​ປະ​ກົ​ດ​ຜົນ​ເປັນ​ຈິງ.

ໃນວັນດຽວກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ​ກຸ​່​ມບໍລິສັດ​ການຢາ Pfizer.