ໃນ​ບົດ​ກ່າວ​ປາ​ໄສ​, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ​, ໄດ້​ສະ​ເໜີ 4 ການກຳ​ນົດ​ທິດ​ໃຫຍ່​. ທີ​ໜຶ່ງ​ແມ່ນ​, ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ບົນ​ພື້ນ​ຖານເຄົາ​ລົບ​ກົດ​ບັດ ສປຊ ແລະ ກົດ​ໝາຍ​ສາ​ກົນ​.

​ທີ່ ​ອາ​ຊີ - ປາ​ຊິ​ຟິກ​, ເກືອບ 60 ປີ​ແຫ່ງ​ການ​ພັດ​ທະ​ນາ​ຂອງ ສະມາຄົມປະຊາຊາດແຫ່ງ ອາ​ຊີ ຕາ​ເວັນ​ອອກ​ສຽງ​ໃຕ້ (ອາ​ຊຽນ​) ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ປະ​ເທດ​ອາດສາມາດ​ຫັນຄວາມ​ລະ​ແວງ​ສົງ​ໄສ​ກາຍ​ເປັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ຫັນ​ການ​ແບ່ງ​ແຍກ​ກາຍ​ເປັນ​ການ​ຮ່ວມ​ມື​, ຫັນ​ກຳ​ລັງ​ແຮງ​ໜ່ຶງ​ດຽວ​ກາຍ​ເປັນ​ກຳ​ລັງ​ແຮງ​ລວມ​ໝູ່​. ທ່ານ​ກ່າວ​ວ່າ​:

“​ບົນ​ຈິດ​ໃຈ​ນັ້ນ​, ຫວຽດ​ນາມ ຢຶດ​ໝັ້ນ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​, ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ​, ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ​, ສອດຄ່ອງກັບ​ກົດ​ໝາຍ​ສາ​ກົນ​, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ຢຶດ​ໝັ້ນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​, ສິດ​ອະ​ທິ​ປະ​ໄຕ ແລະ ສິດ​ພິ​ພາກ​ສາ​ຂອງ​ຕົນ​. ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ຕ້ອງ​ແມ່ນຂົງ​ເຂດ​ຂອງ​ສັນ​ຕິ​ພາບ​, ການຮ່ວມ​ມື​, ເຊື່ອມ​ຕໍ່ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​”.

​ທີສອງ​, ຊຸກ​ຍູ້​ການ​ພັດ​ທະ​ນາຢ່າງ​ຍຸ​ຕິ​ທຳ​, ມະ​ນຸດ​ສະ​ທຳ​, ກວມ​ລວມ ແລະ ຍືນ​ຍົງ​. ທີ​ສາມ​, ເປັນ​ເຈົ້າ​ການ​ສ້າງ​​ການຄຸ້ມຄອງ​ບໍ​ລິ​ຫານ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມກ້າວໜ້າ​, ຮັບ​ໃຊ້​ມະ​ນຸດ ແລະ ການ​ພັດ​ທະ​ນາ​ລວມ​. ທີ​ສີ່​, ປັບ​ປຸງ​ລັດ​ທິ​ຫຼາຍ​ຝ່າຍ ແລະ ບົດ​ບາດ​ໃຈ​ກາງ​, ບໍ່​ສາ​ມາດ​ປ່ຽນ​ແທນ​ຂອງ ສປຊ. ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ວ່າ​:

“​ກຳ​ລັງ​ແຮງ​ຂອງ ສປຊ ບໍ່​ແມ່ນຢູ່ບ່ອນ​ວ່າ ​ອາດ​ສາ​ມາດປ່ຽນແທນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາປະ​ເທດ​ໄດ້​, ຫາກ​ຍັງ​ແມ່ນ​ອິດ​ທິ​ພົນ​ຊື່​ສຽງ ແລະ ຄວາມ​ສາ​ມາດ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ສ້າງ​ບັນ​ທັດ​ຖານ ແລະ ພັດ​ທະ​ນາ​ກົດຂໍ້​ກຳ​ນົດ​, ລະ​ດົມ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​. ເພື່ອ​ໃຫ້ ສປຊ ປັບ​ຕົວ​ກັບ​ບັນ​ດາ​ການ​ຫັນ​ປ່ຽນ​ຂອງ​ຍຸກ​ສະ​ໄໝ​, ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ ສປຊ, ພິ​ເສດ​ແມ່ນ ສະ​ມັດ​ຊາ​ໃຫຍ່​, ສະ​ພາ​ຄວາມ​ໝັ້ນ​ຄົງ​, ຄະ​ນະ​ເລ​ຂາ​, ຕາມ​ທິດ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​, ບຸ​ລິ​ມະ​ສິດ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​, ສ້າງ​ກົງ​ຈັກ​ໃຫ້​ກະ​ທັດ​ລັດ​, ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ແຮງ​ຂອງ​ອົງ​ການ​ໃນ​ການ​ຜັນ​ຂະຫຍາຍ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ທົ່ວ​ໂລກ​, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ”.

​ແລະ ກໍ່​ໃນ​ວັນ​ດຽວ​ກັນ​, ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81 ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍຢູ່ ອາ​ເມລິ​ກາ​, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ​ ໄດ້ພົບ​ປະ​ກັບ​ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ​, ທ່ານ Anthony Albanese, ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ​, ທ່ານ José Ramos-Horta, ປະ​ທາ​ນາ​ທິ​ບໍ​ດີ Timor-Leste , ທ່ານ Guy Pamerlin , ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ ແລະ ທ່ານ Alexander Stubb, ປະ​ທາ​ນາ​ທິ​ບໍ​ດີ ແຟັງ​ລັງ​.

ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ຕາງໜ້າການນຳ ສປຊ ໄດ້ເປັນສັກຂິພິຍານພິທີລົງນາມບັນດາຂ້ໍຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ກັບ ສປຊ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຈະສືບຕໍ່ໜູນຊ່ວຍດ້ານສຳນັກງານໃຫ້ບັນດາອົງການ ສປຊ ປະຈຳ ຫວຽດນາມ ໂດຍບໍ່ເສຍຄ່າ, ພ້ອມທັງຊົມເຊີຍບັນດາອົງການນີ້ ຕັ້ງຫ້ອງການຕາງໜ້າແຫ່ງຊາດ, ພາກພື້ນ ຫຼື ເປັນເຈົ້າພາບຈັດ ບັນດາເຫດການໃຫຍ່ທົ່ວໂລກ ຢູ່ ຫວຽດນາມ.

Viet Cuong