(ພາບ:Viet Cuong - Quang Trung /VOV)
ໃນບົດກ່າວຄຳເຫັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ໄດ້ແບ່ງປັນແງ່ມູມຂອງ ຫວຽດນາມ ກ່ຽວກັບ 3 ບັນຫາ: ຄວາມຮັບຜິດຊອບຕໍ່ບັນຫາການປ່ຽນແປງທີ່ພວມເກີດຂຶ້ນໃນໂລກ; ສິ່ງໃດທີ່ໄດ້ພາ ຫວຽດນາມ ແລະ ອາເມລິກາ ຈາກອະດີດ ມາເຖິງການພົວພັນຄືໃນທຸກວັນນີ້; ຄວາມຮັບຜິດຊອບລວມເພື່ອນຳການພົວພັນສອງຝ່າຍກ້າວໄປໄກກວ່າໃນໄລຍະຈະມາເຖິງ:
“ເພື່ອຫັນບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃຫ້ປະສົບຜົນເປັນຈິງ, ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ - ອາເມລິກາ ຕ້ອງມີຄວາມດຸ່ນດ່ຽງ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຖືເປັນສຳຄັນ ແລະ ກຽມພ້ອມແລກປ່ຽນກ່ຽວກັບບັນດາຄວາມສົນໃຈຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງດຸນການຄ້າ, ການເຂົ້າເຖິງຕະຫຼາດ, ຕົ້ນກຳເນີດຂອງສິນຄ້າ, ຊັບສິນທາງປັນຍາ ແລະ ຄວາມປອດໄພໃນລະບົບການສະໜອງ. ພວກເຮົາກຽມພ້ອມກັບ ອາເມລິກາ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງບົນນຳ້ໃຈສະໜິດສະໜົມ, ປອດໄສ ແລະ ສ້າງສັນ”.
ເນື່ອງໃນໂອກາດນີ້, ທີ່ສຳນັກງານ FPA, ຜູ້ຕາງໜ້າສະຫະສະມາຄົມ ໄດ້ປະດັບ “ຫຼຽນກາຂອງ FPA” ໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ເຊີດຊູນຳ້ໃຈສາກົນທີ່ມີຄວາມຮັບຜິດຊອບ.
Viet Cuong
