(ພາບ:VOV)
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ: ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດແຖວໜ້າຂອງ ຫວຽດນາມ. ພ້ອມທັງ ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຄ້າຕາມທິດສົມດຸນ, ມີສະຖຽນລະພາບ, ໝັ້ນຄົງ, ປະຕິບັດສຳເລັດບັນດາບັນຫາທີ່ຍັງຄົງຄ້າງໃນການເຈລະຈາ, ມຸ່ງໄປເຖິງການເຊັນສັນຍາການຄ້າສົມທົບໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດ.
ສ່ວນທ່ານ ຮູ່ງກາວ, ຜູ້ຮັກສາການລັດຖະມົນຕີກະຊວງທະຫານເຮືອ ອາເມລິກາ ຢັ້ງຢືນວ່າ: ອາເມລິກາ ສະໜັນສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ສວມບົດບາດນັບມື້ນັບສຳຄັນໃນພາກພື້ນ. ທ່ານຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກໂນໂລຊີ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນໃຫຍ່ຫຼວງທີ່ສຸດ. ພ້ອມທັງປາດຖະໜາຢາກສືບຕໍ່ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງໃນການເດີນທະເລ, ຍົກສູງກຳລັງຄວາມສາມາດ, ການໜູນຊ່ວຍມະນຸດສະທຳ, ການຮັບມືກັບໄພພິບັດທຳມະຊາດ...
ແລະກໍ່ໃນວັນດຽວກັນ, ຢູ່ ນິວຢອກ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ພົບປະກັບ ທ່ານ ຮູ່ງກາວ, ຜູ້ຮັກສາການລັດຖະມົນຕີກະຊວງທະຫານເຮືອ ອາເມລິກາ ເຊັ່ນດຽວກັນ.
Viet Cuong
