ຕອນ​ເຊົ້າ​ວັນ​ທີ 02 ກໍ​ລະ​ກົດ, ຢ​ູ່ ຮ່າ​ໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານກອງ​ປະ​ຊຸມການ​ເມືອງກອງ​ທັບ​ທົ່ວ​ກອງ​ທັບ 6 ເດືອນ​ຕົ້ນ​ປີ 2026.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໃຫ້​ຂໍ້​ສັງ​ເກດ​ວ່າ ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ເປັນ​ເຈົ້າ​ການ, ມີ​ຄວາມ​ສະດຸ້ງໄວຕໍ່​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ, ຕອບ​ສະ​ໜອງ​ໜ້າ​ທີ່​ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ເພາະ​ໜ້າ ແລະ ໃນ​ໄລ​ຍະ​ຍາວ. ໂດຍຊີ້​ແຈ້ງ​ໃນ​ສະ​ພາບ​ການ​ຂອງ​ໂລກ​ທີ່​ສືບ​ຕໍ່​ມີຫຼາຍ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສືບ​ຕໍ​່ຍົກ​ສູງ​ຄຸນ​ນະ​ພາບການ​ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ​ດ້ານ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ. ກອງ​ທັບ​ຕ້ອງເບິ່ງ​​ໄກກວ່າ, ກະ​ກຽມ​ຢ່າງ​ໄວ​ກວ່າ, ໃຫ້​ຄ​ຳ​ປຶກ​ສາ​ຢ່າງ​ເລິກ​ເຊິ່ງກວ່າ; ບໍ່​ພຽງ​ແຕ່​ຄາດ​ຄະ​ເນ​ດ້ານ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ຜົນກະທົບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ທູດ ​ເວົ້າ​ລວມ… ອີກດ​້ວຍ. ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ເປັນ​ເຈົ້າ​ຕົນ​ເອງ, ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຮັບ​ໃຊ້​ຫຼາຍ​ເປົ້າ​ໝາຍ ແລະ ທັນ​ສະ​ໄໝ, ກາຍ​ເປັນ​ປາຍ​ແກຼມ​ຂອງ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ ແລະ ເປັນ​ເຈົ້າ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ.