ກຳລັງຕຳຫຼວດຕ້ອງຍົກສູງການຄາດຄະເນຍຸດທະສາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ສະພາບບໍ່ຄາດຄິດໃນທຸກກໍລະນີ, ກຳແໜ້ນສະພາບການແຕ່ໄວ, ແຕ່ໄກ, ນັບແຕ່ຂັ້ນຮາກຖານ. ນັ້ນແມ່ນຄຳຮຽກຮ້ອງຂອງ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2026 ແລະ ສະຫຼຸບ 01 ປີແຫ່ງການຈັດຕັ້ງຕຳຫຼວດທ້ອງຖິ່ນ 2 ຂັ້ນ ຕິດພັນກັບເຂດບໍລະຫານໃໝ່, ຈັດຂຶ້ນໃນຕອນເຊົ້າວັນທີ 02 ກໍລະກົດ ທີ່ ຮ່າໂນ້ຍ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ກຳລັງຕຳຫຼວດ ສືບຕໍ່ເປັນແບບຢ່າງນຳໜ້າໃນການຫັນການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ; ນຳໜ້າສ້າງສັນ, ພັດທະນາດ້ວຍບັນດາໝາກຜົນ, ຜະລິດຕະພັນລະອຽດ.
“ກວດເຫັນບັນດາທ່າອ່ຽງ, ການຫັນປ່ຽນ, ການປ່ຽນແປງຍຸດທະສາດ. ບໍ່ພຽງແຕ່ແຈ້ງເຕືອນຄວາມສ່ຽງເທົ່ານັ້ນ ຫາກຍັງສະເໜີແຜນນະໂຍບາຍ, ມາດຕະການ ແລະ ນະໂຍບາຍເພື່ອເປັນເຈົ້າການປ້ອງກັນ, ສະກັດກັ້ນ. ພິເສດ, ສຳລັບບັນດາບັນຫາມີລັກນະສະຍຸດທະສາດກ່ຽວຂ້ອງເຖິງການພັດທະນາປະເທດຊາດ, ບັນດານະໂຍບາຍການຕ່າງປະເທດໄດ້ດຶງດູດແຫຼ່ງກຳລັງ, ໃນນັ້ນມີແຫຼ່ງກຳລັງລົງທຶນຈາກຕ່າງປະເທດ. ຍູ້ໄວຄວາມຄືບໜ້າການແກ້ໄຂ, ເລີ່ມລຸລ່ວງບັນດາແຫຼ່ງກຳລັງຢູ່ໂຄງການທີ່ຖືກອຸດຕັນ”.
