ຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍເດືອນ ກັນຍາ, ປະກອບຄຳເຫັນໃສ່ບັນດາເນື້ອໃນທີ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16.
ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງສ້າງຮ່າງກົດໝາຍ, ມະຕິສະບັບຕ່າງໆໃຫ້ສຳເລັດໂດຍໄວ ເພື່ອຍື່ນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 16 ໃນເດືອນ ຕຸລາ ຈະມາເຖິງ.
ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ເຖິງວ່າວຽກງານຕ້ອງເຮັດໄວ, ແຕ່ວຽກງານສ້າງກົດໝາຍຕ້ອງກະກຽມຢ່າງລະອຽດລະອໍ, ຄົບຖ້ວນ, ສາມາດເປັນໄປໄດ້; ສຸມໃສ່ແກ້ໄຂຈຸດອຸດຕັນ, ລຸລ່ວງແຫຼ່ງກຳລັງ, ສ້າງເຂດພັດທະນາໃໝ່. ທ່ານນາຍົກລັດຖະມົນຕີຮຽກຮ້ອງພຽງແຕ່ຫັນບັນດາບັນຫາທີ່ໄດ້ຮູ້ແລ້ວ, ພິສູດແລ້ວໃນຕົວຈິງໃຫ້ກາຍເປັນກົດໝາຍເທົ່ານັ້ນ; ຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດ ແລະ ຄ່າໃຊ້ຈ່າຍໃນການປະຕິບັດ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ເລື່ອງຮັບເອົາຄຳເຫັນຂອງວສາຫະກິດ, ນັກຊ່ຽວຊານ ແລະ ບັນດາເປົ້າໝາຍຖືກຜົນກະທົບຕ້ອງແທດຈິງ, ປະກອບສ່ວນສ້າງລະບົບກົດໝາຍໃຫ້ຄົບຊຸດ ແລະ ທັນສະໄໝ.
