ວັນທີ 27 ສິງຫາ, ທຳນຽບຂາວໄດ້ຢັ້ງຢືນວ່າ ອາເມລິກາ ແລະ ອີຣານ ໃນປັດຈຸບັນ ບໍ່ໄດ້ດຳເນີນບັນດາການເຈລະຈາແນໃສ່ຢຸດຕິການປະທະກັນ, ໂດຍບໍ່ສົນໃຈຕໍ່ບັນດາຄວາມພະຍາຍາມເປັນກາງໄກ່ເກ່ຍໂດຍ ກາຕາ ແລະ ປະເທດໃນພາກພື້ນພວມຈຳນວນໜຶ່ງທີ່ຊຸກຍູ້. ກ່າວຄໍາເຫັນລາຍການຂອງ Fox News, ທ່ານນາງ Karoline Leavitt ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ໃນປັດຈຸບັນບໍ່ມີການເຈລະຈາໃດໆເກີດຂຶ້ນ ແລະ ສະພາບການນີ້ຈະສືບຕໍ່ຈົນຮອດເວລາ ທ່ານປະທານາທິບໍດີ ອາເມລິກາ Donald Trump ເຫັນວ່າ ອີຣານ ພ້ອມທີ່ຈະກັບຄືນສູ່ໂຕະເຈລະຈາຢ່າງແທ້ຈິງ. ຕາມທ່ານນາງ Karoline Leavitt ແລ້ວ, ຮອດປັດຈຸບັນ ວໍຊິງຕັນ ຍັງບໍ່ທັນເຫັນສິ່ງດັ່ງກ່າວເທື່ອ. ໂຄສົກທຳນຽບຂາວ ກໍໃຫ້ຮູ້ວ່າ ຈຸດປະສົງຫຼັກຂອງ ທ່ານ Donald Trump ຍັງແມ່ນການຮັບປະກັນ ບໍ່ໃຫ້ ອີຣານ ສາມາດກຳມະສິດອາວຸດ ນິວເຄຼຍ.
ທຳນຽບຂາວ ຢັ້ງຢືນ ອາເມລິກາ ແລະ ອີຣານ ໃນປັດຈຸບັນ ບໍ່ດຳເນີນການເຈລະຈາ
[VOVWORLD] - ທ່ານນາງ Karoline Leavitt ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ໃນປັດຈຸບັນບໍ່ມີການເຈລະຈາໃດໆເກີດຂຶ້ນ ແລະ ສະພາບການນີ້ຈະສືບຕໍ່ຈົນຮອດເວລາ ທ່ານປະທານາທິບໍດີ ອາເມລິກາ Donald Trump ເຫັນວ່າ ອີຣານ ພ້ອມທີ່ຈະກັບຄືນສູ່ໂຕະເຈລະຈາຢ່າງແທ້ຈິງ.
